ໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ຄັ້ງທີ 4

ໄຂສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ຄັ້ງທີ 4 - ảnh 1

(ພາບ:vietnamplus.vn)

(VOV)- ສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ຄັ້ງທີ 4 ໄດ້ຖືກ ໄຂຂື້ນໃນຕອນ​ຄ່ຳວັນ​ທີ 26/10 ຢູ່​ຮ່າ​ໂນ້ຍ. ນີ້ແມ່ນເຫດການເພື່ອຂ່ຳນັບຮັບຕ້ອນພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດຫວຽດນາມ-ກຳປູເຈຍ (24/6/1967-24/6/2012). ກ່າວຄຳເຫັນທີ່ພິທີໄຂ, ທ່ານ Huynh Vinh Ai ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ເນັ້ນໜັກ​ວ່າ: ປະຊາຊົນຫວຽດນາມ ​ແລະ ກຳປູ​ເຈຍ ຕ້ອງ​ຮັກສາ, ພັດທະນາ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ຊາດ​ເລິກ​ເຊິ່ງຂຶ້ນ​ຕື່ມ:

   ”​ໃນ​ຂອບເຂດສັບປະດາວັດທະນະທຳກຳປູເຈຍ ຢູ່ຫວຽດນາມ ຄັ້ງນີ້ ຊື່​ງຖືກ​ຈັດ​ຂຶ້ນ​ຢູ່ຮ່າ​ໂນ້ຍ ​ແລະ ຈ່າ​ວິ​ງ, ບັນດາ​ນັກ​ສິລະ​ປິນ​ໃນ​ຄະນະ​ສິລະ​ປະກອນ​ແຫ່ງ​ຊາດ​ກຳປູ​ເຈຍ ຈະ​ແນະນຳ​ຮູບ​ແບບສິລະ​ປ​ະພິ​ເສດ​ຈຳນວນ​ໜຶ່ງຂອງ​ປະ​ເທດ​ແຫ່ງ​ວັດວາອາ​ຮາມໃຫ້​​ແກ່ຜູ້​ຊົມ​ຫວຽດນາມ. ນີ້​ກໍ່​ຈະແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທ​ດຊາດ, ຊາວ​ກຳປູ​ເຈຍ​ ກ່ວາ​ອີກ”.

ຂ່າວ/ບົດ​ອື່ນ