ໄຂສັບປະດາວັດທະນະທຳ-ທ່ອງທ່ຽວລີ໋ເຊີນ ຄັ້ງທີ 1

(VOVWORLD) -ສັບປະດາວັດທະນະທຳ - ທ່ອງທ່ຽວ ລີ໋ເຊີນ ຄັ້ງທີ 1 ປີ 2018 ໄດ້ດຳເນີນໃນວັນທີ 29 ມິຖຸນາ, ຢູ່ເມືອງເກາະລີ໋ເຊີນ, ແຂວງກວາງຫງ້າຍ ດ້ວຍຫົວຂໍ້ວ່າ “ລີ໋ເຊີນ - ມູນເຊື້ອໜຶ່ງ, ສີສັນໜຶ່ງ”.

ໄຂສັບປະດາວັດທະນະທຳ-ທ່ອງທ່ຽວລີ໋ເຊີນ ຄັ້ງທີ 1 - ảnh 1 (ທ່ານ ຟ້າມເຈື່ອງທໍ້, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຫງ້າຍ)

ສັບປະດາຖືກດຳເນີນນັບວັນທີ 30 ມິຖຸນາ ຮອດວັນທີ 03 ກໍລະກົດ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງຫົວເລື່ອງສະເພາະ “ລີ໋ເຊີນ - ມໍລະດົກວັດທະນະທຳທະເລ, ໝູ່ເກາະ”; ງານວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”; ງານບຸນດົນຕີປະສານສຽງຖະໜົນຢູ່ຕະຫຼາດກາງຄືນອາຫານການກິນທີ່ເປັນເອກະລັກສະເພາະຂອງລີ໋ເຊີນ… ທ່ານ ຟ້າມເຈື່ອງທໍ້, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຫງ້າຍ ໃຫ້ຮູ້ວ່າ.

      “ດ້ວຍຫົວຂໍ້ວ່າ “ລີ໋ເຊີນ - ມູນເຊື້ອໜຶ່ງ, ສີສັນໜຶ່ງ”, ສັບປະດາວັດທະນະທຳ - ທ່ອງທ່ຽວ ລີ໋ເຊີນ ຄັ້ງທີ 1 ປີ 2018 ແມ່ນເຫດການແທດຈິງ, ປະກອບສ່ວນເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອທີ່ເປັນເອກະລັກສະເພາະຂອງເຂດດິນແດນລີ໋ເຊີນ ເວົ້າສະເພາະ, ແຂວງ ກວາງງຫງ້າຍ ເວົ້າລວມ, ແນ່ນອນວ່າຈະເຮັດໃຫ້ນັກທ່ອງທ່ຽວມີຄວາມເພິ່ງພໍໃຈເມື່ອມາຢ້ຽມຊົມ, ຜັກຜ່ອນຢ່ອນອາລົມ, ຊອກຮູ້ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຢູ່ທີ່ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ