ໄຂສັບປະດາວັດທະນະທຳຫວຽດນາມຢູ່ອີຕາລີ

ໄຂສັບປະດາວັດທະນະທຳຫວຽດນາມຢູ່ອີຕາລີ - ảnh 1
ການວາງສະແດງຮູບຖ່າຍຂອງນັກ​ຖ່າຍຮູບ ອີ​ຕາ​ລີ​ Paolo Belletti
(ພາບ: Trịnh Minh Đức/Vietnam+)

(vovworld) – ວັນ​ທີ 10/9, ​ໄດ້​ດຳ​ເນີນ​ພິທີ​ໄຂ​ສັບ​ປະດາ​ວັດທະນະທຳ ຫວຽດນາມ ຢູ່ ອີ​ຕາ​ລີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ, ​ທ່ານເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ອີ​ຕາ​ລີ ຫງວຽນ​ຮ່ວາງ​ລອງ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່, ອຳນາດ​ການ​ປົກຄອງ, ວັດທະນະທຳ ​ແລະ ​ເພື່ອນ​ມິດ ອີ​ຕາ​ລີ ​ເປັນ​ຈຳນວນ​ຫຼາຍ.

    ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ອີ​ຕາ​ລີ ​ໄດ້​ຮັບ​ການ​ເປີດ​ສາກ​ດ້ວຍ​ງານ​ວາງສະ​ແດງ​ຮູບ​ຖ່າຍ​ສິລະ​ປະ​ກ່ຽວ​ກັບ​ຫວຽດນາມ ຂອງ​ນັກ​ຖ່າຍຮູບ ອີ​ຕາ​ລີ​ Paolo Belletti.

    ​ໃນ​ສັບປະ​ດາ​ວັດທະນະທຳ ຫວຽດນາມ ຢູ່ ອີ​ຕາ​ລີ, ວັນ​ທີ 11/9, ສະຖານທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ​ແລະ ບໍລິສັດ​ການບິນ​ແຫ່ງ​ຊາດຫວຽດນາມ Vietnam Airlines ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ໂຕະມົນ​ສົ່ງ​ເສີມ​ການທ່ອງທ່ຽວ ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື ອີ​ຕາ​ລີ. ຈາກ​ນັ້ນ, ວັນ​ທີ 17/9, ຈະ​ຈັດ​ຕັ້ງ​ລາຍການ​ເດີນ​ແບບ​ອາພອນ​ສະ​ໄໝ​ຂອງ​ບັນດາ​ນັກ​ອອກ​ແບບ ຫວຽດນາມ ຢູ່ ຫໍພິພິຕະພັນ Rome.

    ສັບປະດາ​ວັດທະນະທຳ ຫວຽດນາມ ຈະ​ແກ່ຍາວ​ຮອດ​ວັນ​ທີ 28/9/2014.


ຂ່າວ/ບົດ​ອື່ນ