ໄຂ​ສັບ​ປະ​ດາ​ສິນ​ຄ້າ ຫວຽດນາມ​ ຢູ່ນະ​ຄອນ ຮ່າ​ໂນ້ຍ ປີ 2021

(VOVWORLD) -ເຫດການນີ້ ມີການເຂົ້າຮ່ວມຂອງ 15 ທ້ອງຖິ່ນ, ດ້ວຍຂອບຂະໜາດມີຮ້ານວາງຂາຍຜະລິດຕະພັນຫຼາຍກວ່າ 100 ຮ້ານ.
ໄຂ​ສັບ​ປະ​ດາ​ສິນ​ຄ້າ ຫວຽດນາມ​ ຢູ່ນະ​ຄອນ ຮ່າ​ໂນ້ຍ ປີ 2021 - ảnh 1ພິທີໄຂສັບປະດາສິນຄ້າ ຫວຽດນາມ ຢູ່ນະຄອນ ຮ່າໂນ້ຍ 2021 (ພາບ: congthuong.vn)

ຕອນຄ່ຳວັນທີ 23 ເມສາ, ຢູ່ສວນສາທາລະນະ ທົ໊ງເຍິດ (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ໄດ້ໄຂສັບປະດາສິນຄ້າ ຫວຽດນາມ  ຢູ່ນະຄອນ ຮ່າໂນ້ຍ. ເຫດການນີ້ ມີການເຂົ້າຮ່ວມຂອງ 15 ທ້ອງຖິ່ນ, ດ້ວຍຂອບຂະໜາດມີຮ້ານວາງຂາຍຜະລິດຕະພັນຫຼາຍກວ່າ 100 ຮ້ານ ທີ່ເປັນປະເພດຜະລິດຕະພັນເຄື່ອງໃຊ້ສອຍ, ຜະລິດຕະພັນອຸດສາຫະກຳ, ຜະລິດຕະພັນຂອງໝູ່ບ້ານອາຊີບ, ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ຜະລິດຕະພັນ OCOP… ສັບປະດາສິນຄ້າ ຫວຽດນາມ ຢູ່ນະຄອນ ຮ່າໂນ້ຍ ປີ 2021 ຄັ້ງທີ 2 ນີ້ ຖືກດຳເນີນແຕ່ວັນທີ 23 ເມສາ ຫາວັນທີ 28 ເມສາ ຈິ່ງອັດລົງ. ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ຈະສືບຕໍ່ຈັດຕັ້ງສັບປະດາສິນຄ້າ ຫວຽດນາມ ດ້ວຍຂອບຂະໜາດໃຫຍ່, ໜ້ອຍທີ່ແຕກຕ່າງກັນ ເພື່ອຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກ. 

ຕອບກັບ

ຂ່າວ/ບົດ​ອື່ນ