ໄຂເວ​ທີ​ປາ​ໄສ​ ມາ​ແກດ​ຕິງ ອອນ​ລາຍ ປີ 2019

(VOVWORLD) - ປັດຈຸບັນມີກ່ວາເຄິ່ງໜຶ່ງຈຳນວນພົນລະເມືອງ ຫວຽດນາມນຳໃຊ້ອິນເຕີແນດ ແລະ ພວມນອນຢູ່ໃນ Top ນຳໜ້າກ່ຽວກັບເວລານຳໃຊ້ອິນເຕີແນດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໄຂເວ​ທີ​ປາ​ໄສ​ ມາ​ແກດ​ຕິງ ອອນ​ລາຍ ປີ 2019 - ảnh 1 ບັນດາຜູ້ແທນໄປຢ້ຽມຊົມ ແລະ ຊອກຮູ້ຜະລິດຕະພັນຢຸ່ເວທີປາໄສ (ພາບ: TTXVN)

        ເວທີປາໄສມາແກດຕິງ ອອນລາຍ ປີ 2019 ( Vietnam Online Marketing Forum) ໂດຍສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຈັດຕັ້ງຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 14 ສິງຫາຊຶ່ງໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດນັບຮ້ອຍແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຄື: ການຄ້າເອເລັກໂຕນິກ, ການທ່ອງທ່ຽວ, ທະນາຄານ, ປະກັນໄພ, ການເງິນ, ອະສັງຫາລິມະຊັບ…

        ເວທີປາໄສສຶກດັ່ງກ່າວມີ 4 ຫົວຂໍ້ແມ່ນ: ພືດຕິກຳຕົວຈິງ ແລະ ທ່າອ່ຽງ, ຈາກແຜນການຮອດການປະຕິບັດ, ໂຄສະນາແບບອັດສະລິຍະ, ເຂົ້າໃຈ ແລະ ຂະຫຍາຍຕົວ. ທີ່ເສທີປາໄສ, ບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດໄດ້ອັບເດັດ ແລະ ແບ່ງປັນບັນດາຂໍ້ມູນຂ່າວສານກ່ຽວກັບທ່າອ່ຽງຂອງການຄ້າເອເລັກໂຕນິກ. ຜ່ານນັ້ນ, ຊ່ວຍໃຫ້ບັນດາວິສາຫະກິດກຳນົດໄດ້ຍຸດທະສາດການສຶກສາ ແລະ ເປີດກ້ວາງຕະຫຼາດຜ່ານເຄືອຂ່າຍ ອິນເຕີແນດ.

ຕອບກັບ

ຂ່າວ/ບົດ​ອື່ນ