ໄຂເວທີປາໄສ ອາຊີ ປົວອາວ 2023

(VOVWORLD) -    ເຖິງວ່າ ໄດ້ໄຂຂຶ້ນໃນວັນທີ 30 ມີນາ, ແຕ່ບັນດາກອງປະຊຸມສຳມະນາເປັນກຸ່ມໃນຂອບເຂດກອງປະຊຸມ BFA 2023 ໄດ້ຈັດແຕ່ວັນທີ 28 ມີນາແລ້ວ. ກອງປະຊຸມປີນີ້ຈັດຂຶ້ນເປັນເວລາ 4 ວັນ, ແຕ່ວັນທີ 28 – 31 ມີນາ, ດ້ວຍຫົວຂໍ້ວ່າ: “ໂລກແຫ່ງບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາທ່າມກາງບັນດາສິ່ງທ້າທາຍ”

ຕອນເຊົ້າວັນທີ 30 ມີນາ, ເວທີປາໄສ ອາຊີ ປົວອາວ (BFA) ປີ 2023 ໄຂຂຶ້ນຢູ່ສູນກອງປະຊຸມສາກົນ ຢູ່ ປົວຢາວ, ແຂວງ ໄຮໜານ (ທາງພາກໃຕ້ ປະເທດຈີນ). ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ພ້ອມກັບເຈົ້າໜ້າທີ່ລັດຖະບານ, ນັກຮຽນຮູ້ເກືອບ 2.000 ທ່ານ ທີ່ມາຈາກຫຼາຍປະເທດ ແລະ ພາກພື້ນໃນໂລກໄດ້ເຂົ້າຮ່ວມພິທີ.

        ເຖິງວ່າ ໄດ້ໄຂຂຶ້ນໃນວັນທີ 30 ມີນາ, ແຕ່ບັນດາກອງປະຊຸມສຳມະນາເປັນກຸ່ມໃນຂອບເຂດກອງປະຊຸມ BFA 2023 ໄດ້ຈັດແຕ່ວັນທີ 28 ມີນາແລ້ວ. ກອງປະຊຸມປີນີ້ຈັດຂຶ້ນເປັນເວລາ 4 ວັນ, ແຕ່ວັນທີ 28 – 31 ມີນາ, ດ້ວຍຫົວຂໍ້ວ່າ: “ໂລກແຫ່ງບໍ່ແນ່ນອນ: ຄວາມສາມັກຄີ ແລະ ການຮ່ວມມືເພື່ອພັດທະນາທ່າມກາງບັນດາສິ່ງທ້າທາຍ”. ບັນດາຜູ້ແທນປຶກສາຫາລືລົງເລິກກ່ຽວກັບຫົວຂໍ້ຂອງກອງປະຊຸມ ແລະ 4 ບັນຫາຕົ້ນຕໍໃນຫົວຂໍ້ຂອງກອງປະຊຸມ, ລວມມີ “ການພັດທະນາ ແລະ ຮອບດ້ານ”; “ປະສິດທິຜົນ ແລະ ຄວາມໝັ້ນຄົງ”; “ພາກພື້ນ ແລະ ທົ່ວໂລກ”, “ປະຈຸບັນ ແລະ ອະນາຄົດ”, ກໍ່ຄືບັນດາທິດທາງແຫ່ງການພັດທະນາໄລຍະຫຼັງໂຄວິດ -19 ແລະ ເພີ່ມທະວີການຮ່ວມມືໃນປະຊາຄົມສາກົນ.

        ໃນຂອບເຂດກອງປະຊຸມ, ບັນດາຜູ້ແທນໄດ້ຮຽກຮ້ອງຄວາມສາມັກຄີ ແລະ ການຮ່ວມມືພ້ອມທັງມີຄວາມມານະພະຍາຍາມຫຼາຍກ່ວາເພື່ອໂລກທີ່ພວມຂາດສະຖຽນລະພາບພາຍຫຼັງໂລກລະບາດໂຄວິດ -19. ບັນດານັກຊ່ຽວຊານ ແລະ ເຈົ້າໜ້າທີ່ພາກພື້ນກໍ່ຮຽກຮ້ອງຄວາມມານະພະຍາຍາມປົກປ້ອງ ແລະ ຊຸກຍູ້ການເຊື່ອມໂຍງເສດຖະກິດພາກພື້ນ, ສິ່ງທີ່ເຂົາຖືວ່າແມ່ນສຳຄັນຕໍ່ ອາຊີ ກໍ່ຄືສັນຕິພາບ ແລະ ຄວາມວັດທະນະຖາວອນທົ່ວໂລກໃນສະພາບການໂລກມີຄວາມເຄັ່ງຕຶງ ແລະ ຄວາມຂາດສະຖຽນລະພາບຫຼາຍຢ່າງໃນໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ