ໄຂເວທີປາໄສການສຶກສາມະຫາວິທະຍາໄລຫວຽດນາມ-ເອີລົບ

ໄຂເວທີປາໄສການສຶກສາມະຫາວິທະຍາໄລຫວຽດນາມ-ເອີລົບ - ảnh 1
(ເວທີປາໄສການສຶກສາມະຫາວິທະຍາໄລຫວຽດນາມ-ເອີລົບ)

(vovworld) - ​ ເວ​ທີ​ປາ​ໄສ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາມ - ເອີ​ລົບ ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 03/11, ຢູ່​ຮ່າ​ໂນ້ຍ, ໂດຍ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງຫວຽດ​ນາມ ຈັດ​ຕັ້ງ. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ມີ​ຜູ້​ຕາງ​ໜ້າ​​ມາ​ຈາກເກືອບ 80 ຮາກ​ຖານ​ບຳ​ລຸງ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເວ​ທີ​ປາ​ໄສ​​ແມ​່ນສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງລັດ​ຖະ​ບານ​ຫວຽດ​ນາມ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີ​ລົບ, ປະ​ກອບ​ສ່ວນ​ລວມ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວ​ີ​ການ​ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຫວຽດ​ນາ​ມ. ນີ້​ແມ່ນ​ໂອ​ກາດ​​ເພື່ອຮຽກ​ຮ​້ອງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ໃນ​ຂົງ​ເຂດ​​ການສຶກ​ສາ ໃນ​ສະ​ພາບ​ແຫຼ່ງ​ທຶນ​ກູ້​ຍື່ມ ODA ແລະ ແຫຼ່ງ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ ບັນ​ດາ​ປະ​ເທດນີ້ ນັບ​ມື້​ນັບ​ຮັດ​ແຄບ. ທີ່​ເວ​ທີ​ປ​າ​ໄສ​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ບາງ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ເພື່ອ​ຮັບ​ໃຊ້​ໃຫ້​ການ​ເຊື່ອມ​ໂຍງ​ເຂົ້​າ​ກັບ​ສາ​ກົນ​ຄື: ປ່ຽນ​ໃໝ່​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່​ຫວຽດ​ນາມ; ແລກ​ປ່ຽນ​ນັກ​ສຶກ​ສາ, ​ຮູບ​ແບບ​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ 3 ຝ່າຍ…

ຂ່າວ/ບົດ​ອື່ນ