ໄຂເວທີປາໄສການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຢູ່ ຈີນ

(VOVWORLD) - ຕອນເຊົ້າວັນທີ 26 ເມສາ, ເວທີປາໄສຂັ້ນສູງ ການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2 ຖືກໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງ ປັກກິ່ງ, ຈີນ. 

       ເຂົ້າຮ່ວມເວທີປາໄສຄັ້ງນີ້ ມີປະມຸກລັດ ຫຼື ຜູ້ນໍາໜ້າລັດຖະບານ 37 ປະເທດ ເຂົ້າຮ່ວມ; ພ້ອມດ້ວຍຜູ້ແທນປະມານ 5000 ຄົນ ທີ່ມາຈາກ 150 ກວ່າປະເທດ ແລະ 90 ອົງການຈັດຕັ້ງສາກົນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ນໍາໜ້າ ພ້ອມກັບການນໍາກະຊວງ, ຂະແໜງການຈໍານວນໜຶ່ງ ເຂົ້າຮ່ວມ

ໄຂເວທີປາໄສການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຢູ່ ຈີນ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜິງ  ກ່າວຄໍາເຫັນທີ່ພິທີໄຂ (ພາບ:Reuters)

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຮຽກຮ້ອງໃຫ້ບັນດາຝ່າຍທີ່ເຂົ້າຮ່ວມ ເວທີປາໄສ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຈົ່ງສືບຕໍ່ຊຸກຍູ້ຂໍ້ລິເລີ່ມດັ່ງກ່າວ ເພື່ອມຸ່ງໄປສູ່ບັນດາເປົ້າໝາຍພັດທະນາແບບຍືນຍົງ, ມີຄຸນນະພາບສູງ ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນ.

        ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບ ຈີນ ແລະ ບັນດາປະເທດ ເພື່ອກໍ່ສ້າງ ແລະ ປະຕິບັດບັນດາລາຍການ, ໂຄງການ ເພື່ອຈຸດປະສົງ ສັນຕິພາບ, ການພັດທະນາ ແລະ ຄວາມວັດທະນາຖາວອນລວມ ບົນພື້ນຖານບັນດາຫຼັກການ ເຄົາລົບເຊິ່ງກັນ ແລະ ກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດຕາມກົດບັດຂອງ ສປຊ ແລະ ກົດໝາຍສາກົນ, ເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດເຂົ້າຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ