ໄຂເວທີປາໄສຊາວໜຸ່ມອາຊຽນປີ2015

ໄຂເວທີປາໄສຊາວໜຸ່ມອາຊຽນປີ2015 - ảnh 1
(ພາບປະກອບ)

(vovworld) – ​ ​ ​ຕອນ​ເຊົ້າ​ວັນ​ທີ 18/9, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ເວທີ​ປາ​ໄສ​ຊາວ​ໜຸ່ມ​ປີ 2015, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 36 ຄົນ​ທີ່ຕາງໜ້າ​ໃຫ້​ຊາວ​ໜຸ່ມມາ​ຈາກ 7 ​ປະ​ເທດ​ໃນ​ພາກ​ພື້ນຄື: ​ບຣຸ​ໄນ, ກຳປູ​ເຊຍ, ອິນ​ໂດ​ເນ​ເຊຍ, ​ໄທ, ມາ​ເລ​ເຊຍ, ລາວ ​ແລະ ປະ​ເທດ​ເຈົ້າພາບ ຫວຽດນາມ. ເວທີ​ປາ​ໄສ​ຊາວ​ໜຸ່ມ ອາ​ຊຽນ ​ປີ 2015 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ວາງສະ​ແດງ​ຮູບ​ພາບ, ​ແນະນຳ​ຊຸດ​ອາພອນ​ພື້ນ​ເມືອງ, ຈຸດ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ. ອ້າຍ ຫງວຽນ​ແມ້ງ​ເກື​່ອງ ​ເລຂາ​ຄະນະຊາວ​ໜຸ່ມ​ນະ​ຄອນ ​ໂຮ່ຈີ​ມິນ ຊີ້​ແຈ້ງວ່າ​:

        “ ທິດ​ນຳ​ຂອງ ອາຊຽນ ​ແມ່ນ​ເອກະ​ພາບ​ໃນ​ຫລາຍ​ຮູບ​ຫລາຍ​ແບບ, ​ແຕ່ລະ​ປະ​ເທດລ້ວນ​ແຕ່ມີ​ສີສັນ​ວັດທະນະທຳ​ສະ​ເພາະ. ສິ່ງ​ດັ່ງກ່າວ, ຮຽກຮ້ອງ​ຊາວ​ໜຸ່ມ​ແຕ່ລະຄົນ​ຢູ່​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ຕ້ອງ​ມານະ​ພະຍາຍາມ​ກ່ວາ​ໃນ​ການ​ປະຕິບັດ​ເສີມ​ຂະຫຍາຍ​ສີສັນ​ວັດ​ທະນະ​ທຳ​ຂອງ​ຊາດ ​ເພື່ອ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ອາຊຽນ. ​ ເວທີ​ປາ​ໄສ​​ຊາວ​ໜຸ່ມ​ປີ 2015 ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຊາວ​ໜຸ່ມ​ໃນ​ພາກ​ພື້ນ​ສະ​ໜິດຕິດ​ພັນ​ກ່ວາ​, ຢືນຢັນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ”.

ຂ່າວ/ບົດ​ອື່ນ