ໄຂເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ (GFFA) ຄັ້ງທີ 16

(VOVWORLD) - GFFA 2024 ເພື່ອແນໃສ່ຈຸດປະສົງເຮັດໃຫ້ເພີ່ມທະວີການສົນໃຈດ້ານການເມືອງ - ກະສິກຳໃຫ້ເລິກເຊິ່ງຂຶ້ນຕື່ມ.

ເວທີປາໄສທົ່ວໂລກກ່ຽວກັບທັນຍາພືດ ແລະ ການກະເສດ (GFFA) ປີ 2024 ໂດຍກະຊວງກະສິກຳ ແລະ ສະບຽງອາຫານ ເຢຍລະມັນ (BMEL) ຈັດຂຶ້ນ, ໄດ້ໄຂຂຶ້ນໃນວັນທີ 17 ມັງກອນ, ຢູ່ Berlin, ປະເທດ ເຢຍລະມັນ. ໂດຍຈະໄດ້ຈັດຂຶ້ນຮອດວັນທີ 20 ມັງກອນ, ດ້ວຍຫົວຂໍ້ “ລະບົບສະບຽງອາຫານສຳລັບອະນາຄົດ: ຮ່ວມແຮງຮ່ວມໃຈເພື່ອໂລກບໍ່ມີໄພອຶດຫິວອີກຕໍ່ໄປ.

        GFFA 2024 ເພື່ອແນໃສ່ຈຸດປະສົງເຮັດໃຫ້ເພີ່ມທະວີການສົນໃຈດ້ານການເມືອງ - ກະສິກຳໃຫ້ເລິກເຊິ່ງຂຶ້ນຕື່ມ. ນັກວາງແຜນນະໂຍບາຍ, ນັກວິທະຍາສາດ, ການນຳວິສາຫະກິດ ແລະ ສະມາຊິກສັງຄົມພົນລະເຮືອນກ່ວາ 2.000 ທ່ານເຂົ້າຮ່ວມບັນດາວາລະປືກສາຫາລື ແລະ ເຊື່ອມຕໍ່. ຈຸດເດັ່ນດ້ານການເມືອງຂອງ GFFA 2024 ແມ່ນກອງປະຊຸມບໍ່ເປັນທາງການໃຫຍ່ສຸດໃນໂລກຂອງບັນດາທ່ານລັດຖະມົນຕີກະຊວງກະສິກຳ ທີ່ຈະໄດ້ຈັດຂຶ້ນໃນມື້ສຸດທ້າຍຂອງກອງປະຊຸມ (ຄືວັນທີ 20 ມັງກອນ 2024).

 

ຕອບກັບ

ຂ່າວ/ບົດ​ອື່ນ