ໄຂເວທີປາໄສທ່ອງທ່ຽວ ອາຊຽນ 2019

(VOVWORLD) -  ດ້ວຍຫົວຂໍ້ວ່າ “ອາຊຽນ - ກຳລັງແຮງຂອງຄວາມເປັນເອກະພາບ” (“ASEAN – The Power of One”) ເວທີປາໄສທ່ອງທ່ຽວ ອາຊຽນ (ATF) 2019 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 16 ມັງກອນ ຢູ່ນະຄອນ ຮ້າລອງ, ແຂວງ ກວາງນິງ ຢ່າງເປັນທາງການ.
ໄຂເວທີປາໄສທ່ອງທ່ຽວ ອາຊຽນ 2019 - ảnh 1 ພິທີໄຂເວທີປາໄສທ່ອງທ່ຽວ ອາຊຽນ 2019

ຫົວເລື່ອງຂອງເວທີປາໄສແມ່ນຫັນເນື້ອໃນການກຳນົດທິດຮ່ວມຂອງບັນດາປະເທດໃນການຮ່ວມມື ອາຊຽນ ເປັນລະອຽດເວົ້າລວມ, ແມ່ນມຸ່ງໄປເຖິງພາກພື້ນ ອາຊຽນ “ໜຶ່ງວິໄສທັດ, ໜຶ່ງສີສັນ, ໜຶ່ງປະຊາຄົມ / One Vision, One Identity, One Community”. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢືນຢັນວ່າ:

        ສຳລັບ ຫວຽດນາມ ແລ້ວ, ນີ້ແມ່ນເວທີປາໄສສຳຄັນທີ່ສຸດຂອງຂະແໜງທ່ອງທ່ຽວ. ບໍ່ພຽງແຕ່ຊ່ວຍການວາງແຜນນະໂຍບາຍເພື່ອພັດທະນາຂະແໜງທ່ອງທ່ຽວຢ່າງວ່ອງໄວ ແລະ ໝັ້ນຄົງເທົ່ານັ້ນ ຫາກຍັງເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ບັນດາປະເທດສະມາຊິກອີກດ້ວຍ, ເພື່ອແນໃສ່ສ້າງປະຊາຄົມ ອາຊຽນ ວັດທະນາຖາວອນ ແລະ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ.

        ເວທີປາໄສທ່ອງທ່ຽວ ອາຊຽນ ແມ່ນເຫດການປະຈຳປີສຳຄັນ ແລະ ມີຂອບຂະໜາດໃຫຍ່ສຸດຂອງການທ່ອງທ່ຽວ ອາຊຽນ, ໄດ້ຈັດຕັ້ງປະຈຳປີ, ຜັດປ່ຽນກັນລະຫວ່າງບັນດາປະເທດ ອາຊຽນ. ເວທີປາໄສຄັ້ງນີ້ ແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ຢັ້ງຢືນ ແລະ ຍົກສູງບົດບາດ, ທີ່ຕັ້ງໃນການຮ່ວມມືດ້ານການທ່ອງທ່ຽວໃນພາກພື້ນ, ພ້ອມທັງແນະນຳຮູບພາບປະເທດຊາດ, ປະຊາຊົນ ແລະ ການທ່ອງທ່ຽວ ຫວຽດນາມ ເວົ້າລວມ ແລະ ຮ້າລອງ, ກວາງນິງ ເວົ້າສະເພາະເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ