ໄຂເວທີປາໄສປະຊາທິປະໄຕບາລີຄັ້ງທີ 5

ໄຂເວທີປາໄສປະຊາທິປະໄຕບາລີຄັ້ງທີ 5 - ảnh 1

(ພາບ:vietnamplus.vn)

(VOV)- ​ເວທີ​ປາ​ໄສ​ປະຊາທິປະ​ໄຕ​ບາ​ລີ​ຄັ້ງທີ 5 (BDF-5) ​ໄດ້​ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ເກາະ​ບາ​ລີ ປະ​ເທດ​ອິນ​ໂດ​ເນ​​ເຊຍ ​ໃນວັນ​ທີ 8/11. ດ້ວຍ​ຫົວ​ຂໍ້​ວ່າ: “ຊຸກຍູ້​ບັນດາ​ຫຼັກການ​ປະຊາທິປະ​ໄຕ​ໃນ​ສະພາບ​ການ​ທົ່ວ​ໂລກ“. BDF-5 ​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 8-9/11 ​ໂດຍ​​ພາຍ​ໃຕ້ການ​ເປັນ​ປະທານ​ຮ່ວມ​ຂອງ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Susilo Bambang Youdhoyono, ນາຍົກລັດຖະມົນຕີອັງກິດ Julia Gillard ​ແລະ​ປະທານາທິບໍດີ​ສ​ເກາ​ຫຼີ Lee Myung Bak. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ປະທານາທິບໍດີອິນ​ໂດ​ເນ​​ເຊຍ Susilo Bambang Youdhoyono ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດຕັ້ງພາກ​ພື້ນ ຈົ່ງ​ສວມ​ບົດບາດ​ທົ່ວ​ໂລກ​ໃນ​ການ​ເຂົ້າຮ່ວມ​ບັນດາ​ບັນຫາ​ໂລກ​ມີ​ຄວາມ​ເປັຮຫ່ວງ ​ແລະ ຊຸກຍູ້​ບັນດາ​ຄຸນຄ່າ​​ປະຊາທິປະ​ໄຕ. ຕາມ​ທ່ານ​ແລ້ວ, ບັນດາ​ອົງການ​ພາກ​ພື້ນ​ຕ້ອງ​ໄດ້​ຮັບ​ບົດ​ບາດ​ໃຫ່ຍກ່ວາ​ໃນ​ວິວັດທະນາ​ການ​ລັດຖະນະ​ໂຍບາຍ​ທົ່ວ​ໂລກ. ປະທານາທິບໍດີອິນ​ໂດ​ເນ​​ເຊຍ Susilo Bambang Youdhoyono ​ເນັ້ນ​ໜັກ​ວ່າ, ອາຊຽນ ວາ​ງຈຸດໝາຍ​ດ້ານ​ການ​ເມືອງ​ສຸດ​ທ້າຍ​ແມ່ນ “​ເພີ່ມ​ທະວີ​ປະຊາທິປະ​ໄຕ ​ແລະ ຊຸກຍູ້, ປົກ​ປ້ອງ​​ສິດທິ​ມະນຸດ“, ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ປະຊາທິປະ​ໄຕ. ທ່ານ​ຖື​ວ່າ BDF ຈະ​ປະກອບສ່ວນ​ຫຼາຍຢ່າງ​ເຂົ້າ​ໃນການ​ຊຸກຍູ້​ປະຊາທິປະ​ໄຕ​ຢູ່​​ໃນ​ທົ່ວ​ໂລກ, ພ້ອມ​ທັງ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ອະ​ນາ​ຄົດ​ຈະ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ

ຂ່າວ/ບົດ​ອື່ນ