ໄຂເວທີປາໄສພາກພື້ນກ່ຽວກັບການຮ່ວມມືເສດຖະກິດກຸ່ມປະເທດໃຊ້ພາສາຝຣັ່ງ

ໄຂເວທີປາໄສພາກພື້ນກ່ຽວກັບການຮ່ວມມືເສດຖະກິດກຸ່ມປະເທດໃຊ້ພາສາຝຣັ່ງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
(ພາບ: Dương Giang/TTXVN)

(vovworld) – ​ເວທີ​ປາ​ໄສ ພາກ​ພື້ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ອົງການ​ໃຊ້​ພາສາ​ຝຣັ່ງ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ອົງການ​ໃຊ້​ພາສາ​ຝຣັ່ງ (OIF) ສົມທົບ​ກັນ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ຜູ້​ແທນ​ປະມານ 150 ທ່ານ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​​ແຜນການ​ເຄື່ອນ​ໄຫວ​ສູ້​ຊົນ​ເພື່ອ​ປະຊາ​ຄົມ​ເສດຖະກິດກຸ່ມ​ປະ​ເທດ​ໃຊ້​ພາສາ ຝຣັ່ງ ຂະຫຍັນ​ຂັນ​ເຄື່ອນ, ວັດທະນາ​ຖາວອນ, ຮັບ​ໃຊ້​ຈຸດໝາຍ​ພັດທະນາ​ມະນຸດ​ແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຮ່າ​ກິມງອກ ຢືນຢັນ​ເລື່ອ​ງຈັດ​ຕັ້ງ​ເວທີ​ປາ​ໄສ​ຈະ​ຊ່ວຍ​​ໃຫ້​​ອົງການ​ສາກົນ​ໃຊ້​ພາສາ ຝຣັ່ງ ສືບ​ຕໍ່​ໄດ້​ຮັບ​ບັນດາ​ການ​ປະກອບສ່ວນ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ກໍ່ສ້າງ​ຍຸ​ດທະ​ສາດ​ເສດຖະກິດ ຝຣັ່ງ ຈາກ ອາຊີ - ປາຊີ​ຟິກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ປາດຖະໜາ​ວ່າ: ​ເວທີ​ປາ​ໄສ​ຈະ​ມີ​ການ​ປະກອບ​ບັນດາ​ຄຳ​ເຫັນ​ລະອຽດ, ຈະ​ແຈ້ງ​ໃຫ້​ແກ່​ການ​ສ້າງ​ຍຸດ​ທະ​ສາດ​ເສດຖະກິດກຸ່ມ​ປະ​ເທດ​ໃຊ້​ພາສາ​ຝຣັ່ງ​ເວົ້າ​ສະ​ເພາະ ​ແລະ ​ໃຫ້ການ​ຮ່ວມ​ມື​ເສດຖະກິດ​ໃນ​ຂອບ​ເຂດ​ກຸ່ມ​ປະ​ເທດ​ໃຊ້​ພາສາ ຝຣັ່ງ ​ເວົ້າ​ລວມ. ຂ້າພະ​ເຈົ້າ​ກໍ່​ເຊື່ອ​ໝັ້ນ​ວ່າ: ບັນດາ​ຜູ້ຕາງໜ້າ​ຈາກ​ບັນດາ​ພາກ​ພື້ນ ອາຊີ - ປາຊີ​ຟິກ ຈະ​ມີ​ບັນດາ​ຂໍ້​ສະ​ເໜີ​ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ພາກ​ພື້ນ, ​ເພື່ອ​ພ້ອມ​ກັນ​ປະກອບສ່ວນ​ຈາກ​ບັນດາ​ພາກ​ພື້ນ​ອື່ນ ​ເຮັດ​ໃຫ້​ຍຸດ​ທະ​ສາດ​ເສດຖະກິດກຸ່ມ​ປະ​ເທດ ​ໃຊ້​ພາສາ ຝຣັ່ງ ກາຍ​ເປັນ​ຮອບດ້ານ, ຄົບ​ຖ້ວນ​ກ່ວາ.”

        ​ໃນ 2 ວັນ​ດຳ​ເນີນ​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ສະ​​ເໜີ​ການ​ປະກອບສ່ວນ ​ແລະ ການ​ຕີ​ລາຄາ​ກໍ່​ຄື​ຂໍ້​ສະ​ເໜີ​ຂອງ​ບັນດາ​ການ​ນຳ​ອົງການ​ໃຊ້​ພາສາ​ຝຣັ່ງ, ບັນດາ​ອົງການ​ພັດທະນາ​ສຳຄັນ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, ບັນດາ​ອົງການ​ພັດທະນາ​ຂອງ ​ເອີ​ລົບ, ຜູ້​ຕາງໜ້າ​ບັນດາ​ເຄືອ​ຂ່າຍ​ບັນດາ​ອົງການ​ຮັບຜິ​ດຊອບ​ພາສາ ຝຣັ່ງ, ບັນດາ​ອົງການ ​ແລະ ວິ​ສາ​ຫະກິດ​ຂອງ ຫວຽດນາມ.


ຂ່າວ/ບົດ​ອື່ນ