ໄຂ​ເວ­ທີ​ປາ​ໄສ​ລະ­ຫວ່າງ​ລັດ­ຖະ­ບານ​ກ່ຽວ​ກັບ​ການ ຄົມ​ທະ​ນາ​ຄົມ ຂົນ­ສົ່ງ ແບບ​ຍືນ​ຍົງ ຢູ່​ພາກ​ພື້ນ​ອາ­ຊີ ຄັ້ງ​ທີ 12

(VOVWORLD) -ຕອນບ່າຍວັນທີ 28 ຕຸ­ລາ ເວ­ທີປາໄສລະ­ຫວ່າງລັດ­ຖະ­ບານກ່ຽວກັບການ ຄົມທະນາຄົມ ຂົນ­ສົ່ງ ແບບຍືນຍົງ ຢູ່ພາກພື້ນອາ­ຊີ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ (ເວ­ທີປາໄສ EST12). 
ໄຂ​ເວ­ທີ​ປາ​ໄສ​ລະ­ຫວ່າງ​ລັດ­ຖະ­ບານ​ກ່ຽວ​ກັບ​ການ ຄົມ​ທະ​ນາ​ຄົມ ຂົນ­ສົ່ງ ແບບ​ຍືນ​ຍົງ ຢູ່​ພາກ​ພື້ນ​ອາ­ຊີ ຄັ້ງ​ທີ 12 - ảnh 1ໄຂເວ­ທີປາໄສລະ­ຫວ່າງລັດ­ຖະ­ບານກ່ຽວກັບການ ຄົມທະນາຄົມ ຂົນ­ສົ່ງ ແບບຍືນຍົງ ຢູ່ພາກພື້ນອາ­ຊີ ຄັ້ງທີ 12ຢ່າງເປັນທາງການ (ພາບ: congthuong.vn/

ກ່າວຄຳເຫັນທີ່ພິ­ທີໄຂເວ­ທີປາໄສ, ທ່ານຈິ້ງດິ່ງຢຸ໋ງ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ຫວຽດ­ນາມ ຖືວ່າ:ໂຄງປະກອບພື້ນ­ຖານໂຄງລ່າງເວົ້າລວມ, ພິ­ເສດແມ່ນພື້ນ­ຖານໂຄງລ່າງຄົມ­ມະ­ນາ­ຄົມ ແລະ ພື້ນຖານໂຄງລ່າງຕົວເມືອງໃຫຍ່ ເຖິງແມ່ນວ່າ ໄດ້ຮັບການບຸ­ລິ­ມະ­ສິດລົງ­ທຶນພັດ­ທະ­ນາແລ້ວກໍ່ຕາມ, ແຕ່ຍັງຄົງແມ່ນຈຸດຄົງຄ້າງອັນໃຫຍ່ຫຼວງ, ກີດຂວາງການພັດ­ທະ­ນາແບບຍືນຍົງຂອງ ຫວຽດ­ນາມ. ທ່ານ ຈິ້ງດິ່ງຢຸ໋ງ ປາດ­ຖະ­ໜາວ່າ ທີ່ເວ­ທີປາໄສນີ້, ບັນ­ດາຜູ້ແທນຈະປຶກ­ສາຫາ­ລື, ປະກອບຄຳເຫັນທີ່ກ່ຽວ­ຂ້ອງເຖິງບັນ­ດານະ­ໂຍ­ບາຍ, ການວາງແຜນຝັງ ແລະ ການພັດ­ທະ­ນາພື້ນຖານໂຄງລ່າງຂອງບັນ­ດານະ­ຄອນອັດສະລິຍະ ເພື່ອປັບ­ປຸງປະ­ສິດທິຜົນຂອງ ເສດ­ຖະ­ກິດ, ສັງຄົມ ແລະ ສິ່ງແວດ­ລ້ອມຢູ່ບັນ­ດານະ­ຄອນ, ຊຸກ­ຍູ້ບັນ­ດາມາດຕະການຄົມ­ມະ­ນາ­ຄົມອັດສະລິຍະໂດຍວິ­ທີການນຳໃຊ້ເຄືອຂ່າຍຄຸ້ມຄອງການຄົມ­ມະ­ນາ­ຄົມໃຫ້ມີປະ­ສິດທິຜົນ, ຊຸກ­ຍູ້ການພົວ­ພັນຄູ່ຮ່ວມມືພາກລັດ - ເອ­ກະຊົນ ເພື່ອດຶງດູດແຫຼ່ງກຳ­ລັງລົງ­ທຶນເຂົ້າພື້ນ­ຖານໂຄງລ່າງການຄົມມະນາຄົມ. ທ່ານກ່າວວ່າ:

ອາ­ຊີແມ່ນພາກພື້ນທີ່ມີພື້ນ­ຖານເສດ­ຖະ­ກິດໃຫຍ່, ພັດ­ທະ­ນາຢ່າງຂະ­ຫຍັນຂັນເຄື່ອນ, ມີຄວາມສາ­ມາດບົ່ມຊ້ອນອັນຍິ່ງໃຫຍ່ກ່ຽວກັບການພັດ­ທະ­ນານະ­ໂຍ­ບາຍ, ການລົງ­ທຶນພັດ­ທະ­ນາຄົມມະນາຄົມ. ໃນສະ­ພາບການດັ່ງ­ກ່າວ, EST 12 ຈະແມ່ນເວ­ທີປາໄສສຳ­ຄັນເພື່ອໃຫ້ບັນ­ດານັກວາງແຜນນະ­ໂຍ­ບາຍກໍ່ຄືບັນ­ດານັກອຸ­ປະ­ຖຳໄດ້ແລກ­ປ່ຽນ, ປຶກ­ສາຫາ­ລືຊຸກ­ຍູ້ລະ­ບົບຄົມ­ມະນາ­ຄົມຂົນສົ່ງ ແບບຍືນຍົງກັບສິ່ງ­ແວດ­ລ້ອມ, ປະ­ກອບ­ສ່ວນເຂົ້າການປະ­ຕິ­ບັດເປົ້າໝາຍກ່ຽວກັບການພັດ­ທະ­ນາແບບຍືນຍົງ.

ເວ­ທີປາໄສໄດ້ດຳ­ເນີນໃນລະ­ຫວ່າງ ວັນທີ 28 – 30 ຕຸ­ລາ, ດ້ວຍເຫດ­ການຕ່າງໆໃນນັ້ນມີບັນ­ດາການປຶກ­ສາຫາ­ລືບັນ­ດານະ­ໂຍ­ບາຍ ກ່ຽວກັບ ຄົມ­ມະ­ນາ­ຄົມຂົນ­ສົ່ງແບບຍືນຍົງກັບສິ່ງແວດ­ລ້ອມ, ຫຼຸດ­ຜ່ອນມົນລະພິດອາ­ກາດສິ່ງ­ແວດ­ລ້ອມ ຢູ່ ບັນ­ດາຕົວເມືອງ, ຍົກສູງບັນ­ດາການບໍລິ­ການຂົນ­ສົ່ງ ແລະ ໂຄງປະ­ກອບພື້ນ­ຖານໂຄງລ່າງຄົມມະນາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ