ໄຂເວທີປາໄສວິສາຫະກິດຫວຽດນາມກ່ຽວກັບກາລະໂອກາດແລະສິ່ງທ້າທາຍຢູ່ກຳປູເຈຍ

 ໄຂເວທີປາໄສວິສາຫະກິດຫວຽດນາມກ່ຽວກັບກາລະໂອກາດແລະສິ່ງທ້າທາຍຢູ່ກຳປູເຈຍ - ảnh 1
ເວທີປາໄສວິສາຫະກິດຫວຽດນາມ
photo:baomoi.com


(vovworld)- ​​​​ ​ເວທີ​ປາ​ໄສ​ມີ​ຫົວ​ຂໍ້​ວ່າ: ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫລາດ​ກຳປູ​ເຈຍ- ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ” ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້ ​ແລະ ພວມ​ມີ​ແຜນການ​ລົງທຶນ​ເຂົ້າ​ຕະຫລາດ ກຳປູ​​ເຈຍ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ມີ​ຜູ້​ແທນ​ກວ່າ 50 ທ່ານ​ທີ່​ຕາງຫນ້າ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ເຄື່ອນ​ໄຫວ​ຢູ່ ກຳປູ​ເຈຍ, ຕາງຫນ້າ​ໃຫ້​ກົມ​ສົ່ງ​ເສີມ​ການ​ຄ້າ, ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ພ້ອມ​ກັບ​ອົງການ​ສົ່ງ​ເສີມ​ການ​ຄ້າ​ບາງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ.

        ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ພ້ອມ​ກັນ​ຊອກ​ຮູ້, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫລາດ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ບັນດາ​ມາດຖານ​ດ້ານ​ກົດໝາຍ, ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່ ກຳປູ​ເຈຍ, ບົດຮຽນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ດຳ​ເນີນ​ທຸລະ​ກິດ​ຢູ່​ ກຳ​ປູ​ເຈຍ.

 

ຂ່າວ/ບົດ​ອື່ນ