ໄຂເວທີປາໄສວິສາຫະກິດຫວຽດນາມ-ມົງໂກນ

ໄຂເວທີປາໄສວິສາຫະກິດຫວຽດນາມ-ມົງໂກນ - ảnh 1
ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ມົງ​ໂກນ
photo:internet

(vovworld)-  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 22/11, ຢູ່ ນະຄອນ​ໂຮ່ຈິ​ມີນ, ປະທານາທິບໍດີ ມົງ​ໂກນ  Tsakhiagiin Elberdoji ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ມົງ​ໂກນ ​ແລະ ພົບ​ປະ​ແລກປ່ຽນ​ດ້ານ​ການ​ຄ້າ. ​ເວທີ​ປາ​ໄສ​ແມ່ນ​ເພື່ອ​ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ມົງ​ໂກນ ຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ນະຄອນ ​ໂຮ່ຈິ​ມີນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານາ​ທິບໍດີ ມົງ​ໂກນ Tsakhiagiji ຖື​ວ່າ:

        “ມົງ​ໂກນ ມີ​ເນື້ອ​ທີ່​ກວ້າງ​ຫລາຍ​ທົບ 5 ​ເທົ່າ​ເມື່ອທຽບ​ໃສ່​ເນື້ອ​ທີ່​ຫວຽດນາມ, ມີ​ສັດລ້ຽງ​ກວ່າ 50 ລ້ານ​ໂຕ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກ​ສ ​ແລະ ຖ່ານ​ຫີນ. ທີ່​ການ​ເຈລະຈາ​ຂັ້ນ​ສູງ ລະຫວ່າງ ກາ​ນນຳ​ສອງ​ປະ​ເທດ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສະຫນັບສະຫນູນ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ.”

 

ຂ່າວ/ບົດ​ອື່ນ