ໄຂເວທີປາໄສສາກົນແມ່ຍິງນຳໃຊ້ພາສາຝລັ່ງ

ໄຂເວທີປາໄສສາກົນແມ່ຍິງນຳໃຊ້ພາສາຝລັ່ງ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 20/03, ວັນ​ສາກົນນຳໃຊ້​ພາສາ​ຝລັ່ງ (20/03) ຢູ່​ປາຣີ, ປະ​ເທດ​ຝລັ່ງ, ​ໄດ້​ໄຂ​ເວທີ​ປາ​ໄສ​ສາກົນ​​ແມ່ຍິງນຳ​ໃຊ້​ພາສາ​ຝລ່ັງ ​ເປັນ​ຄັ້ງ​ທຳ​ອິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງປະມານ 400 ຄົນທີ່​ມາ​ຈາກ 77 ປະ​ເທດ​ສະມາຊິກຂອງອົງການ​ສາກົນ​ນຳ​ໃຊ້​ພາສາ​ຝລັ່ງ ​ແລະ ຫວຽດນາມ ​ກໍແມ່ນ​ສະມາຊິກ​ຂອງ​ອົງການ. ​ເຂົ້າ​ຮ່ວມ​ເວທີ​ໄປ​​ໃສ​ສາກົນ​​ແມ່ຍິງ​ນຳ​ໃຊ້​ພາສາ​ຝລັ່ງ ຄັ້ງ​ນີ້ມີ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ໂລກ, ​ໃນ​ນັ້ນ​ມີ​ບັນດາ​ການ​ນຳ​ຍິງຫຼາຍ​ທ່ານ​ຄື: ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Bokova; ຜູ້​ອຳນວຍ​ການ​ຝ່າຍ​ບໍລິຫານ​ຮັບຜິດຊອບ​ບັນດາ​ບັນຫາ​ແມ່ຍິງ​ຂອງ​ສະຫະ​ປະຊາ​ຊາດ ທ່ານ​ນາງ Michelle Bachelet; ​ລັດຖະມົນ​ຕີ​ຜູ້​ຮັບຜິດຊອບ​ພາສາ​ຝລັ່ງ ທ່ານ Yamia Benguigui; ຜູ້​ຮັບ​ຜິດ​ຊອບບັນດາ​ສິດ​ຂອງ​ແມ່ຍິງ ທ່ານ​ນາງ Najat Vallaud – Belkacem, ພ້ອມ​ກັບ​ການ​ນຳ​ຍິງ​ທີ່​ມາຈາກ​ຫຼາຍ​ປະ​ເທດ​ສະມາຊິກ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ເຂົ້າ​ຮ່ວມ. ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ສາກົນ​ແມ່ຍິງ​ນຳ​ໃຊ້​ພາສາ​ຝລັ່ງ ​ເປັນ​ຄັ້ງ​ທຳ​ອິດ ​ໄດ້​ສະ​ແດງ​​ໃຫ້​​ເຫັນນະ​ໂຍບາຍ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ​ໃໝ່​​ຝລັ່ງ ສຳລັບ​ການ​ຮ່ວມ​ມື​ນຳ​ໃຊ້​ພາສາ​ຝລັ່ງ ຢ່າງ​ຕັ້ງໜ້າ.

        ທີ່​ຫວຽດນາມ, ວັນ​ທີ 20/03 ກໍ​ດຳ​ເນີນການ​ເຄື່​ອນ​ໄຫ​ວຕ່າງໆ​ເພື່ອສະ​ເຫຼີມສະຫຼອງ ວັນ​ສາກົນ​ນຳ​ໃຊ້​ພາສາ​ຝລັ່ງ ຄື; ມິດ​ຕິງ​ສະ​ເຫຼີ​ມສະຫຼອງ ວັນ​ສາກົນ​ນຳ​ໃຊ້​ພາສາ​ຝລັ່ງ, ກອງ​ປະຊຸມ​ສຳ​ມະ​ນາ “ຕະຫຼາດ​ວຽກ​ເຮັດ​ງານ​ທຳ​ນຳ​ໃຊ້​ພາສາ​ຝລັ່ງ ຢູ່​ຫວຽດນາມ: ການທ້າ​ທາຍ ​ແລະ ​ແງ່​ຫວັງ”.

ຂ່າວ/ບົດ​ອື່ນ