ໄຂເວທີປາໄສເຂດທົ່ງພຽງແມ່ນ້ຳຂອງປີ 2015 ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ

ໄຂເວທີປາໄສເຂດທົ່ງພຽງແມ່ນ້ຳຂອງປີ 2015 ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ - ảnh 1
ເວທີ​ປາ​ໄສ​​ເຂດທົ່ງພຽງ​​ແມ່​ນ້ຳ
ພາບ:thvl.vn

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 2-3/2, ຢູ່​ນະຄອນ​ໂຮ່ຈິ​ມິນ​ ໄດ້ດຳ​ເນີນເວທີ​ປາ​ໄສ​​ເຂດທົ່ງພຽງ​​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ ປີ 2015 ​​ໂດຍ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ທະນາຄານ​ໂລກ​ ປະຈຳ​ຫວຽດນາມ ພ້ອມ​ກັບ​ຄູ່​ຮ່ວມ​ມື​ພັດທະນາຈຳນວນ​ໜຶ່ງສົມທົບ​ກັນ​ຈັດ​ຕັ້ງ.

      ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​​ເວທີ​ປາ​ໄສວັນ​ທີ 2/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ເນັ້ນ​ໜັກ​ວ່າ: ດ້ວຍ​ບົດບາດ ​ແລະ ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ໃນ​ການ​ຄ້ຳປະກັນ​ດ້ານສະບຽງ​ອາຫານ​ແຫ່ງ​ຊາດ ​ແລະ ການ​ພັດທະນາ​ຂອງ​ບັນດາ​ວົງ​ຄະນະ​ຍາດ​ຊຸມ​ຊົນ​ພາກ​ໃຕ້ ​ແລະ ທົ່ວປະ​ເທດ ຢ່າງ​ໝັ້ນຄົງ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ແລ້ວ, ລັດຖະບານ​ຫວຽດນາມ ​ໄດ້ ​ແລະ ພວມຊີ້​ນຳ​ຢ່າງ​ຂ້ຽວຂາດ ​ແລະ ຜັນ​ຂະ​ຫຍາ​ຍ ​ເຊື່ອມ​ຕໍ່ບັນດາ​ກາ​ນ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເຂົ້າ​ໃນການວາງ​ແຜນຜັງ ​ແລະ ​ແຜນ​ນະ​ໂຍ ບາຍ​ພັດທະນາ​ເສດຖະກິດ-​ສັງຄົມ. ​ໃນ​ນັ້ນ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​​​ໃຈ​​ໃສ່ພິ​ເສດຈາກ​ລັດຖະບານ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ປາດ​ຖະໜາ​ວ່າ: ບັນດາ​ອົງການ​ສາກົນສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ບັນດາ​ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດຂອງ​ຫວຽດນາມ ​ເວົ້າ​ລວມ ​ແລະ ​ເຂດ​ທົ່ງພຽງ​ແມ່ນນ້ຳຂອງ​ເວົ້າ​ສະ​ເພາະ.

      ​ເວທີ​ປາ​ໄສ​ຄັ້ງ​ນີ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ພະຍາກອນ, ​ເຕືອນໄພ​ທຳ​ມະ​ຊາດ​ໃຫ້​ແກ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ; ການວາງ​ແຜນກຳນົດ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ; ກໍ່ສ້າງ​ເຄືອ​ຂ່າຍ​ຕິດຕາມ​ກວດ​ກາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ໃຫ້​ແກ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

      ​ເວທີ​ປາ​ໄສ​ກໍ່​ພິຈາລະນາບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ກະຊວງ​ແຜນການ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໃນ​ໄລຍະ 2016-2020 ​ແລະ ບັນດາ​ໄລຍະ​ຕໍ່​ໄປ.

(Lien)   ສະ

ຕອບກັບ

ຂ່າວ/ບົດ​ອື່ນ