ໄຂເວທີປາໄສເຊື່ອມຕໍ່ວິສາຫະກິດເຈລະຈາຮ່ວມມືອາຊີ

ໄຂເວທີປາໄສເຊື່ອມຕໍ່ວິສາຫະກິດເຈລະຈາຮ່ວມມືອາຊີ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ ​ໄທ ປາຣາຢຸດ ຈັນ​ໂອ​ຈາ

(vovworld) - ​ ​​ວັນ​ທີ 10/10, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ນຳໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເຈລະຈາ ອາ​ຊີ ຄັ້ງ​ທີ 2 ຢູ່ ບາງກອກ, ປະ​ເທດ ​ໄທ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 09/10 ຢູ່ ບາງກອກ, ​ເວທີ​ປາ​ໄສ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ​ເຈລະຈາ​ຮ່ວມ​ມື ອາຊີ, ​ເຊິ່ງ​ແມ່ນ​ເຫດການ​ໜຶ່ງ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເຈລະຈາ ອາຊີ ຄັ້ງ​ທີ 2 ​​ໄຂຂຶ້ນ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ​ ​ໄທ ປາຣາຢຸດ ຈັນ​ໂອ​ຈາ ​ເນັ້ນ​ໜັກ​ວ່າ ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງ​ວິ​ສາ​ຫະກິດ​ຄື​ແມ່ນ ກຳລັງ​ໜູນ​ຕົ້ນຕໍ​ໃຫ້ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​ ອາຊີ. ຜູ້ນຳ​ໜ້າ​ລັດຖະບານ ​ໄທ ​ເນັ້ນ​ໜັກ​ວ່າ: ​ເວທີ​ປາ​ໄສ​ແມ່ນ​ບ່ອນ​ທີ່​ສະ​​ແດງ​ແນວ​ຄວາມຄິດ​ຈະ​ແຈ້ງ “ອາຊີ, ທ່າ​ແຮງ​ຫລາຍຢ່າງ” ພ້ອມກັນ​ຮ່ວມ​ມື​ເພື່ອ​ພັດທະນາ ​ໃນ​ນັ້ນ ບໍ່​ມີ​ສະມາຊິກ​ໃດ ຖືກຖອຍ​ຫລັງ.

        ທີ່​ເວທີ​ປາ​ໄສ, ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ແຖວ​ໜ້າ​ຂອງ 34 ປະ​ເທດ​ສະມາຊິກ​ເວທາ​ປາ​ໄສ​ເຈລະຈາ​ພັດທະນາ ອາຊີ ​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ 2 ​ເນື້ອ​​ໃນ​ຕົ້ນຕໍ​ແມ່ນ ​ເຕັກ​​ໂນ​ໂລ​ຢີການ​ເງິນ ​ແລະ ໂຄງ​ລ່າງ​ການ​ເງິນ. ໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື ​ແລະ ບັນດາ​ຂໍ້​ສະ​ເໜີ​ຂອງຜູ້ຕາງໜ້າ​ຂອງ​ກຸ່ມ​ວິ​ສາ​ຫະກິດຖືກ​ສົ່ງ​ມາກອງ​ປະຊຸມ​ຂັ້ນ​ສູງ​ເຈລະຈາ​ພັດທະນາ ອາຊີ ທີ່​ດຳ​ເນີນ​ໃນ​ວັນ​ທີ 10/10.

ຂ່າວ/ບົດ​ອື່ນ