ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ St.Petersburg ຄັ​້ງ​ທີ 25

(VOVWORLD) - ເວທີປາໄສເສດຖະກິດ St.Petersburg ຄັ້ງທີ 25 (SPIEF – 2022) ຖືກໄຂຂຶ້ນໃນວັນທີ 15 ມິຖຸນາ ດ້ວຍຫົວຂໍ້ “ໂລກໃໝ່ - ກາລະໂອກາດໃໝ່” ຢູ່ນະຄອນ St.Petersburg ປະເທດລັດເຊຍ.
ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ St.Petersburg ຄັ​້ງ​ທີ 25 - ảnh 1ມີຜູ້ແທນຫຼາຍກວ່າ ຜູ້ແທນກວ່າ 2.700 ຄົນ ເຂົ້າຮ່ວມເວທີປາໄສ (ພາບ: ນັກຂ່າວ VOV ປະຈຳ ລັດເຊຍ)

ເວທີປາໄສດັ່ງກ່າວດຳເນີນແຕ່ວັນທີ 15 – 18 ມິຖຸນາ 2022, ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 2.700 ຄົນ ເຊິ່ງເປັນຜູ້ຕາງໜ້າຂອງວິສາຫະກິດ ແລະ ເຈົ້າໜ້າທີ່ມາຈາກ 127 ປະເທດ ໃນໂລກ.

        ນອກຈາກລາຍການຕົ້ນຕໍທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດແລ້ວ, SPIEF – 2022 ຈະຈັດເວທີປາໄສ ແລະ ເຫດການຈຳນວນໜຶ່ງ, ລວມມີ: ວິສາຫະກິດຂະໜາດໜ້ອຍ ແລະ ກາງ; ວິສາຫະກິດປະດິດຄິດສ້າງອີກ; ຄວາມປອດໄພຂອງຜະລິດຕະພັນການຢາ; ເວທີປາໄສກ່ຽວກັບ ຂົ້ວໂລກເໜືອ; ກອງປະຊຸມກ່ຽວກັບການພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດີຈີຕອນ. ນອກຈາກນັ້ນແລ້ວ, ຍັງມີບັນດາລາຍການວັດທະນະທຳ, ສະແດງສິລະປະ, ກິລາ….

ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ