ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຂັ້ນ​ສູງ ຫວຽດ​ນາມ - ອົງ​ການ​​ຝ​ລັ່ງ ໂກ​ໂຟ​ນີ

(VOVWORLD) -ຕອນເຊົ້າວັນທີ 24 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ອົງການ ຝລັ່ງໂກໂຟນີ (OIF) ໄດ້ສົມທົບກັນຈັດຕັ້ງເວທີປາໄສເສດຖະກິດຂັ້ນສູງຝລັ່ງໂກໂຟນີ.

ໄຂ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຂັ້ນ​ສູງ ຫວຽດ​ນາມ -  ອົງ​ການ​​ຝ​ລັ່ງ ໂກ​ໂຟ​ນີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: VOV)

ກ່າວຄຳເຫັນທີເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິງມິງ ໄດ້ຢັ້ງຢືນວ່າ ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດພວມພັດທະນາ, ໃນນັ້ນມີຫຼາຍປະເທດນຳໃຊ້ພາສາຝລັ່ງ ແລະ ບັນດາຄູ່ຮ່ວມມືພັດທະນາຜັນຂະຫຍາຍການຮ່ວມມືໃຕ້ - ໃຕ້ ແລະ ສາມຝ່າຍຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນໃນຂົງເຂດກະສິກຳ, ສະແດງໃຫ້ເຫັນລັກສະນະເປັນໄປໄດ້ກໍ່ຄືຄວາມສາມາດບົ່ມຊ້ອນໃນການຮ່ວມມື, ການລົງທຶນ ໃນຂົງເຂດນີ້ໃນໄລຍະຈະມາເຖິງ.

ພ້ອມກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ, ການພັດທະນາກະສິກຳທັນສະໄໝ, ໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ຍືນຍົງ, ການຫັນເປັນດີຈີຕອນ ແມ່ນທ່າອ່ຽງໃຫຍ່ຂອງໂລກ, ແມ່ນຄວາມຮຽກຮ້ອງຕ້ອງການ ພາວະວິໄວ ແລະ ແມ່ນໜຶ່ງໃນບັນດາບູລິມະສິດແຖວໜ້າ ຂອງລັດຖະບານ ຫວຽດນາມ ໃນປັດຈຸບັນ.

ທ່ານຮອງນາຍົກລັດຖະມົນຕີ ກໍ່ປາດຖະໜາກວ່າ ຜ່ານການແລກປ່ຽນ, ປຶກສາຫາລື ແລະ ພົບປະຢູ່ເວທີປາໄສຂັ້ນສູງຄັ້ງນີ້, ບັນດາວິສາຫະກິດ ຂອງອົງການຝລັ່ງ ໂກໂຟນີ ພ້ອມກັບບັນດາວິສາຫະກິດ ຫວຽດນາມ ຈະຍາດແຍ່ງ ກາລະໂອກາດເພື່ອສ້າງການພົວພັນຮ່ວມມື, ຄູ່ຮ່ວມມືຍາວນານ, ຍືນຍົງ, ພ້ອມກັນພັດທະນາ, ໃນບັນດາຂົງເຂດທີ່ໄດ້ຮັບການແລກປ່ຽນຢູ່ເວທີປາໄສ.

ຕອບກັບ

ຂ່າວ/ບົດ​ອື່ນ