ໄຂເວທີປາໄສເສດຖະກິດລະດູບານໃຫມ່ປີ 2013

 ໄຂເວທີປາໄສເສດຖະກິດລະດູບານໃຫມ່ປີ 2013 - ảnh 1
ວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃຫມ່​ປີ 2013
ພາບ:internet


(vovworld)-  ​ເວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃຫມ່​ປີ 2013 ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 5/4 ຢູ່ ນະຄອນ ຍາ​ຈາງ​ແຂວງ​ແຄງ​ຮ່ວາ. ກ່າວ​ຄຳ​ເຫັນ​ໄຂ​​ເວທີ​ປາ​ໄສ, ທ່ານ ຫງວຽນ​ວັນ​ເຢົາ, ຫົວຫນ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ: ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ແມ່ນ​ບັນຫາ​ໃຫຍ່​ຂອງ​ປະ​ເທດ​ຫນຶ່ງ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ໃນ​ໄລຍະ​ຍາວ. ​ໃນ​ປີຜ່ານມາ, ຫວຽດນາມ ​ໄດ້​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ລະບົບ​ການ​ເງິ​ນ​ເງິ​ນຕາ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​​ໃຫມ່, ​ແລະ ບັນຫາ​ຈະ​ມາ​ເຖິງ​ນັ້ນ​ແມ່ນ ນຳ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກາຍ​ເປັນ​ການ​ກະທຳ​ລະອຽດ, ສ້າງ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ກ່ຽວ​ກັບ​ບັນຫາ​ສ້າງ​ໂຄງ​ປະກອບ​ລະບົບ​ການ​ເງິນ​ເງິນຕາ, ດຣ ຫງວຽນ​ດີ່ງກູ​ງ, ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ແລະ ບໍລິຫານ​ເສດຖະກິດ​ສູນ​ກາງ​ຖື​ວ່າ​:

        “ການ​ສ້າງ​​ໂຄງ​ປະກອບລະບົບ​ທະນາຄານ, ສິນ​ເຊື່ອຄືນ​ໃຫມ່, ​ໃນ​ນັ້ນ​ພວກ​ເຮົາ​ໄດ້​ສ້າງ​ໂຄງ​ປະ​ກອບ​ບັນດາ​ທະນາຄານ​ອ່ອນ​ດ້ອຍ​ຄືນ​ໃຫມ່. ​ແລະ ປະຈຸ​ບັນ ພວກ​ເຮົາ​ໄດ້​ມີ​ວິທີ​ການ​ສ້າງ​ໂຄງ​ປະກອບທະນາຄານ​ອ່ອນ​ດ້ອຍ 9 ​ແຫ່ງ​ຄືນ​​ໃຫມ່. ​ນອກ​ນັ້ນ ໃນ​ໄລຍະ​ຈະ​ມາ​ເຖິງການ​ແກ້​ໄຂ​ສະພາບ​ຫນີ້​ເສຍ ພວກ​ເຮົາ​ຄວນ​ຍູ້​ແຮງ​ກວ່າ​ອີກ.”​

        ​ເວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃຫມ່​ປີ 2013 ​ເພື່ອ​ແນ​ໃສ່​ນະ​ໂຍບາຍ​ເສດຖະກິດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປີ 2013. ບັນດາ​ຄຳ​ເຫັນ​ປະກອບ​ຂອງ​ຜູ້​ຊ່ຽວຊານ​ທີ່​ເວທີ​ປາ​ໄສ​ຈະ​ແມ່ນ​ຂໍ້​ມູນ​ຂ່າວສານ​ສຳຄັນ​ເພື່ອ​ໃຫ້​ກຳມາ​ທິການ​ເສດຖະກິດ ພ້ອມ​ກັບ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ສ້າງ​ບົດ​ລາຍ​ງານ​ກວດກາ​ທີ່​ມີ​ຄຸນ​ນະພາ​ບຍື່ນ​ສ​ະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ຄັ້ງ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ