ໄຂເວທີປາໄສເສດຖະກິດລະດູບານໃໝ່ 2014

ໄຂເວທີປາໄສເສດຖະກິດລະດູບານໃໝ່ 2014 - ảnh 1
ພາບປະກອບ


(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ກຳລັງ​ພັດທະນາ​ໃໝ່​ຈາກ​ການ​ປະຕິ​ຮູບລະບອບ​ເສດຖະກິດ” ​ເວທີ​ປາ​ໄສ​ເສດຖະກິດ​ລະດູບານ​ໃໝ່ 2014 ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/04, ຢູ່​ນະຄອນ​ຮ້າ​ລອງ, ​ແຂວງ​ກວາງ​ນິງ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ຊ່ຽວຊານ​ຕີ​ລາຄາ​ຄື​ນສະພາບ​ເສດຖະກິດ, ນະ​ໂຍບາຍ​ມະຫາ​ພາກ​ຂອງ​ປີ 2013 ​ແລະ ຍົກ​ອອກ​ບັນດາ​ຄຳ​ສະ​ເໜີ​ນະ​ໂຍບາຍ​ໃຫ້​ປີ 2014. ​ການ​ຕີ​ລາຄາ​ທີ່​ເວທີ​ປາ​ໄສ​ນີ້ ຈະ​​ເປັນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ມີ​ຄຳ​ເຫັນ, ຕີ​ລາຄາ, ​ເພີ່ມ​​ເຕີມການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດກ່ຽວ​ກັບ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014. ​ເວທີ​ປາ​ໄສ​ຄັ້ງ​ນີ້  ​ໄດ້​ເລືອກ​ບາງ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະຕິ​ຮູບ​ລະບຽບ​ເສດຖະກິດ ຍ້ອນ​ລັດຖະທຳ​ມະນູນ​ ສະບັບ​ປັບປຸງ ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 01/01/2014 ​ໄດ້​ວາງ​ອອກ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນຮີບ​ດ່ວນ​ຕ້ອງສືບ​ຕໍ່​ປ່ຽນ​ໃໝ່​ປັບປຸງ​ລະບຽບ​ເສດຖະກິດ​ການ​ຕະຫຼາດຕາມ​ທິດກຳນົດ​ສັງຄົມ​ນິຍົມ ​ໃນ​ໄລຍະ​ປ່ຽນໃໝ່​ຢ່າງຮອ​ບດ້ານ, ຄົບ​ຊຸດ​ນັບ​ທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ... ​ເວທີ​ປ​າ​ໄສ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ​ແຕ່​ວັນ​ທີ 28 – 29/04/2014.

ຂ່າວ/ບົດ​ອື່ນ