ໄຂ​ໂຄງ​ການ​ຄູ່​ຮວມ​ມື ​ປາ​ຊິ​ຟິກ ປີ 2019

(VOVWORLD) - ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືມີຄວາມປາດຖະໜາຢາກ ຊ່ວຍເຫຼືອ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍຂອງຕົນໃນການສ້າງກຳລັງຄວາມສາມາດໃນການຮັບມືກັບ ໄພພິບັດທຳມະຊາດ
ໄຂ​ໂຄງ​ການ​ຄູ່​ຮວມ​ມື ​ປາ​ຊິ​ຟິກ ປີ 2019 - ảnh 1ພິທີໄຂໂຄງການຄູ່ຮ່ວມມືປາຊິຟິກປີ 2019 (ພາບ: qdnn.vn)

ວັນທີ 6 ພຶດສະພາ, ຢູ່ນະຄອນ ຕວຍຮ່ວາ (ແຂວງຟູ໊ອຽນ), ໄດ້ໄຂໂຄງການຄູ່ຮ່ວມມືປາຊິຟິກປີ 2019(Pacific Partnership - PP19). PP19ແມ່ນການເຄື່ອນໄຫວທີ່ໄດ້ຮັບການຈັດຕັ້ງເພື່ອແນໃສ່ຮັບມືກັບໄພພິບັດທຳມະຊາດ. ເຂົ້າຮ່ວມ PP19, ນອກຈາກບັນດານັກຊ່ຽວຊານຂອງກອງທັບອາເມລິກາແລ້ວ, ກໍ່ຍັງມີນັກຊ່ຽວຊານທີ່ມາຈາກບັນດາປະເທດອື່ນໆຄື ການາດາ, ຍີ່ປຸ່ນ, ສ.ເກົາຫຼີ, ລາຊະອະນາຈັກ ອັງກິດ, ໄທ… PP19ໄດ້ຈັດຕັ້ງຢູ່ແຂວງ ຟູ໊ອຽນ ໃນລະຫວ່າງວັນທີ 6 – 18 ພຶດສະພາ, ດ້ວຍ 117 ກິດຈະກຳ ຄື: ການກວດພະຍາດໃຫ້ແກ່ປະຊາຊົນ; ແລກປ່ຽນວິຊາການກ່ຽວກັບສາທາລະນະສຸກ; ການກໍ່ສ້າງ, ສ້ອມແປງໂຮງຮຽນ ແລະ ໂຮງໝໍ; ເຂົ້າຮ່ວມການພົບປະແລກປ່ຽນປະຊາຄົມ ແລະ ພ້ອມກັນຈັດຕັ້ງການສຳມະນາກ່ຽວກັບການຮັບມືກັບໄພທຳມະຊາດ.

        ທ່ານນາງ Mary Tarnowka, ກົງສູນໃຫຍ່ອາເມລິກາ ປະຈຳ ຫວຽດນາມ ທີ່ ນະຄອນ ໂຮ່ຈິມິນໃຫ້ຮູ້ວ່າໂດຍຜ່ານໂຄງການຄູ່ຮ່ວມມືປາຊິຟິກ ປີ 2019 ແລະ ບັນດາໂຄງການມະນຸດສະທຳຕ່າງໆ, ອາເມລິກາ ພ້ອມກັບບັນດາຄູ່ຮ່ວມມືມີຄວາມປາດຖະໜາຢາກ ຊ່ວຍເຫຼືອ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍຂອງຕົນໃນການສ້າງກຳລັງຄວາມສາມາດໃນການຮັບມືກັບ ໄພພິບັດທຳມະຊາດ ແລະ ປະກອບສ່ວນຮັບປະກັນ ຄວາມປອດໄພຢູ່ມະຫາສະມຸດອິນເດຍ - ປາຊິຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ