ໄຊຊະນະ ດ້ຽນບຽນຝູ - ຄຸນຄ່າປະຫວັດສາດ ແລະ ຂອບຂະໜາດຍຸກສະໄໝ

(VOVWORLD) - ມີບົດປະກອບຄວາມເຫັນສົ່ງມາກວ່າ 70 ບົດ ແລະ ບົດປະກອບຄວາມເຫັນນັບສີບບົດທີ່ໄດ້ສະເໜີໃນກອງປະຊຸມສຳມະນາ, ເຊິ່ງໄດ້ຢືນຢັນບົດບາດອັນໃຫຍ່ຫຼວງຂອງສູນກາງພັກ, ປະທານ ໂຮ່ຈີມິນ ແລະ ຄະນະພັກການທະຫານສູນກາງ ໃນບັ້ນຮົບ ດ້ຽນບຽນຝູ
ໄຊຊະນະ ດ້ຽນບຽນຝູ - ຄຸນຄ່າປະຫວັດສາດ ແລະ ຂອບຂະໜາດຍຸກສະໄໝ - ảnh 1(ທ່ານພົນຕີ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນບ້າວ, ຫົວໜ້າສະຖາບັນການເມືອງ)

        ຕອນເຊົ້າວັນທີ 27 ມີນາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ໄຊຊະນະ ດ້ຽນບຽນຝູ - ຄຸນຄ່າປະຫວັດສາດ ແລະ ຂອບຂະໜາດຍຸກສະໄໝ”. ກອງປະຊຸມສຳມະນາແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ໂດຍສະຖາບັນການເມືອງ ສົມທົບກັບສະຖາບັນປະຫວັດສາດພັກ ແລະ ໜັງສືພິມກອງທັບປະຊາຊົນ ຈັດຂຶ້ນ.

        ກ່ອນນີ້ 70 ປີ, ວັນທີ 13 ມີນາ 1954, ພາຍໃຕ້ການນຳພາຂອງສູນກາງພັກ, ປະທານ ໂຮ່ຈີມິນ ແລະ ຄະນະພັກການທະຫານ, ກອງບັນາຊາການບັ້ນຮົບ ພ້ອມກັບບັນດາກຳລັງປະກອບອາວຸດປະຕິວັດ ໄດ້ຍິງປືນ, ເປີກສາກບັ້ນຮົບ ດ້ຽນບຽນຝູ. ຜ່ານ 56 ວັນ ທັງເວັນ ແລະ ຄືນທີ່ຕໍ່ສູ້ຢ່າງອົງອາດກ້າຫານ, ລຳບາກກາກກຳ, ບັ້ນຮົບໄດ້ສິ້ນສຸດລົງດ້ວຍໄຊຊະນະຢ່າງສົມບູນ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານພົນຕີ, ຮອງສາດສະດາຈານ, ປະລິນຍາເອກ ຫງວຽນວັນບ້າວ, ຫົວໜ້າສະຖາບັນການເມືອງ, ເນັ້ນໜັກວ່າ:

        “ກອງປະຊຸມສຳມະນາສືບຕໍ່ຢືນຢັນຄວາມຖືກຕ້ອງ ແລະ ໄຊຊະນະຂອງແນວທາງຕໍ່ສູ້ປະຊາຊົນ ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງຊາດ, ຜ່ານນັ້ນ, ກໍ່ປະກອບສ່ວນສຶກສາໃຫ້ລຸ້ນໜຸ່ມ ຈົດຈຳຄຸນງາມຄວາມດີ ແລະ ບັນດາການອຸທິດສ່ວນ, ການເສຍສະຫຼະເລືອດເນື້ອຂອງພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ເພື່ອສ້າງເປັນໄຊຊະນະທີ່ຍິ່ງໃຫຍ່, ນຳພື້ນຖານເອກະລາດ, ເສລີພາບມາໃຫ້ປະເທດຊາດ”.

        ມີບົດປະກອບຄວາມເຫັນສົ່ງມາກວ່າ 70 ບົດ ແລະ ບົດປະກອບຄວາມເຫັນນັບສີບບົດທີ່ໄດ້ສະເໜີໃນກອງປະຊຸມສຳມະນາ, ເຊິ່ງໄດ້ຢືນຢັນບົດບາດອັນໃຫຍ່ຫຼວງຂອງສູນກາງພັກ, ປະທານ ໂຮ່ຈີມິນ ແລະ ຄະນະພັກການທະຫານສູນກາງ ໃນບັ້ນຮົບ ດ້ຽນບຽນຝູ; ຢືນຢັນໄຊຊະນະ ດ້ຽນບຽນຝູ ແມ່ນສິ່ງຍອດຍິ່ງຂອງສິລະປະການຕໍ່ສູ້ ແລະ ສົງຄາມປະຊາຊົນ ຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ສະແດງໃຫ້ເຫັນກຳລັງແຮງຂອງກອງທັບປະຊາຊົນ, ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມທັງເປັນການສົມທົບກັນລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ.

        ກອງປະຊຸມສຳມະນາກໍ່ສຸມໃສ່ເຮັດແຈ້ງບັນດາບົດຮຽນກ່ຽວກັບຄຸນຄ່າ ແລະ ສະພາບຕົວຈິງຂອງບັ້ນຮົບ ດ້ຽນບຽນຝູ ຢ່າງເລິກເຊິ່ງ, ການເສີມຂະຫຍາຍບັນດາຄຸນຄ່າຂອງໄຊຊະນະ ດ້ຽນບຽນຝູ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ