ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສົ່ງ​ກຳ​ລັງ​ໃຈ​ຢ່າງ​ແຮງ​ໃຫ້​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ

(VOVWORLD) - ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມຂອງຫຼາຍປັດໄຈ, ໃນນັ້ນ ຕ້ອງເວົ້າເຖິງບົດບາດນຳພາຂອງພັກ, ລະອຽດແມ່ນວິໄສທັດຍຸດທະສາດຂອງປະທານ ໂຮ່ຈີມິນ ແລະ ບົດບາດບັນຊາບັ້ນຮົບຂອງທ່ານພົນເອກ ຫວໍງວຽນຢາບ.
ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສົ່ງ​ກຳ​ລັງ​ໃຈ​ຢ່າງ​ແຮງ​ໃຫ້​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ​ໃນ​ທົ່ວ​ໂລກ - ảnh 1ຕອນບ່າຍວັນທີ 7 ພຶດສະພາ 1954, ບັ້ນຮົບດ້ຽນບຽນຝູ ຍາດໄດ້ໄຊຊະນະຢ່າງສິ້ນເຊີງ (ພາບເອກະສານ:  TTXVN)

ໄຊຊະນະດ້ຽນບຽນຝູ ໄດ້ສົ່ງຜົນກະທົບຢ່າງແຮງເຖິງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຂອງບັນດາປະຊາຊາດໃນໂລກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ Pedro De Oliveira ເລຂາທິການສະມາຄົມມິດຕະພາບ ບຣາຊິນ - ຫວຽດນາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2024), ທ່ານ Oliveira ເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ແມ່ນການເຕົ້າໂຮມຂອງຫຼາຍປັດໄຈ, ໃນນັ້ນ ຕ້ອງເວົ້າເຖິງບົດບາດນຳພາຂອງພັກ, ລະອຽດແມ່ນວິໄສທັດຍຸດທະສາດຂອງປະທານ ໂຮ່ຈີມິນ ແລະ ບົດບາດບັນຊາບັ້ນຮົບຂອງທ່ານພົນເອກ ຫວໍງວຽນຢາບ. ທ່ານ Oliviera, ຜູ້ຄົ້ນຄວ້າກ່ຽວກັບປະຫວັດສາດຂອງ ຫວຽດນາມ ມາຫຼາຍປີ ໄດ້ຢັ້ງຢືນວ່າ ໄຊຊະນະ ດ້ຽນບຽນຝູ ແມ່ ນແຫຼ່ງລະດົມກຳລັງໃຈໃຫ້ຫຼາຍຊາດທີ່ເປັນຫົວເມືອງຂຶ້ນໃນໂລກ.

        ເມື່ອເຕື້ອງເຖິງບັນດາຜົນງານຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ທ່ານ Oliviera ໄດ້ຕີລາຄາສູງລະດັບຄວາມໄວການເຕີບໂຕເສດຖະກິດທີ່ໜ້ານັບຖືຂອງ ຫວຽດນາມ ນັບແຕ່ພາຍຫຼັງການປ່ຽນແປງໃໝ່, ກໍຄືບັນດາຜົນງານທີ່ບັນລຸໄດ້ໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ