ໄຊຊະນະປະຫວັດສາດ30/4ກໍ່ແມ່ນໄຊຊະນະຂອງປະຊາຊົນລາວແລະກຳປູເຈຍ

ໄຊຊະນະປະຫວັດສາດ30/4ກໍ່ແມ່ນໄຊຊະນະຂອງປະຊາຊົນລາວແລະກຳປູເຈຍ - ảnh 1
ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ແລະ ທ່ານ​ນາງ​ຮອງ
​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ທິຢ​ວານ

(vovworld) – ​​ຕອນ​ບ່າຍ​ວັນ​ທີ 29/4, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລາວ ມາ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ ບຸນ​ຍັງ ວໍ​ລະ​ຈິດ ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ຂອງ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 30/4, ຖືນັ້ນ​ແມ່ນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ຊົນ​ລາວ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ. ຮອງ​ປະ​ທານ​ປະ​ເທດ ທັງ 2 ທ່ານ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕີ​ລາ​ຄາ​​ວ່າການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ, 2 ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ລາວ ​ນັ​ບມື້​ນັບ​ພັດ​ທະ​ນາ​ແຂງ​ແຮງ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສ​ັນ​​ຈະ​ສືບ​ຕໍ່ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​​ປະ​ເທດສະ​ມາ​ຊິກ ອາ​ຊຽນ ອື່ນໆ ເພື່ອກໍ່​ສ້າງ​​ສຳ​ເລັດປະ​ຊາ​ຄົມ ອາ​ຊຽນ ໃນ​ທ້າຍ​ປີ 2015, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາ​ບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຢັ້ງ​ຢືນ​ວ່າ: ຫວຽ​ດ​ນາມ ຈະ​ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ໃຫ້ ລາວ ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2016 ສຳ​ເລັດ​ຜົນ.

 

 


ຂ່າວ/ບົດ​ອື່ນ