ໄຊຊະນະວັນທີ 30-4-1975 ເປັນຂີດໝາຍອັນສະຫງ່າໃນປະຫວັດສາດຂອງຊາດຫວຽດນາມ

ໄຊຊະນະວັນທີ 30-4-1975 ເປັນຂີດໝາຍອັນສະຫງ່າໃນປະຫວັດສາດຂອງຊາດຫວຽດນາມ - ảnh 1
ຊາວໄຊງ່ອນ ລົງຖະໜົນອວຍພອນໄຊຊະນະ  (ພາບເອກະສານ)

(vovwold) - 37 ປີ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ນັບ​ແຕ່​ວັນ​ພາກ​ໃຕ້​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບຸນ, ​ແຕ່​ຄວາມ​ໝາຍ​ປະຫວັດສາດຂອງ​ໄຊຊະນະວັນ​ທີ 30-4-1975 ຍັງ​ຄົງ​ດັງກ້ອງ​ກັງ​ວານໄປ​ທົ່ວ​ເຖິງປະຈຸ​ບັນ. ສຳ​ຫຼັບ​ບັນດາ​ຜູ້​ຊ່ຽວຊານ, ນັກ​ການ​ທະຫານ, ນັກ​ຂ່າວ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ​ແລ້ວ, ​ເຫດການ​ປະຫວັດສາດ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມປາຖະ ໜາ​ຢາກ​​ໄດ້​ຮັບເອກະລາດ​ແຫ່ງ​ຊາດ, ນ້ຳ​ໃຈ​ມະຫາ​ສາມັກ​ຄີ ​ແລະ ​ພູມ​ປັນຍາ​ຂອງ​ຊາວ​ຫວຽດນາມ. ​ເອື້ອຍ Ialien Ecurina, ນັກ​ຂ່າວ​ລັດ​ເຊຍ​ເວົ້າ​ວ່າ:

    ”ນີ້​ແມ່ນຄວາມ​ໝາຍ​ປະຫວັດສາດອັນ​ຍິ່ງ​ໃຫຍ່ ​ເພາະວ່າ​ມັນແມ່ນ​ໄຊຊະນະ​ຂອງ​ໄລຍະ​ໃໝ່​ກັບ​ອະດີດຕະການ, ​ແມ່ນ​ໄຊຊະນະ​​ແຫ່ງຄວາມເສລີກັບ​ການ​ກົດ​ຂີ່​ຂູດ​ຮີດ, ​ແມ່ນ​ໄຊຊະນະ​ຂອງ​ຊາວ​ຫວຽດນາມ​ ຕໍ່​ຈັກກະພັດ​ອາ​ເມ​ລິ​ກາ. ​ໄຊຊະນະ​ນັ້ນ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳນົງ, ຄວາມ​ອົງອາດ​ກ້າ​ຫານ ​ແລະ​ ຈິດ​ໃຈ​ພິລະ​ອາດ​ຫານຂອງ​ຊາວ​ຫວຽດນາມ​ ອີກ​ດ້ວຍ”.

    ​ໄຊຊະນະຂອງ​ການ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ກ່ອນ​ນີ້ 37 ປີ ​ແມ່ນ​ມາ​ຈາກຫຼາຍ​ປັດ​ໃຈ. ພົນ​ໂທ Phan Trung Kien, ອາ​ດີດ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

    ”​​ປະຕິບັດ​ການ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແມ່ນ​ກຳລັງ​ແຮງ​ແຫ່ງ​ຄວາມ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ໂດຍ​ບໍ່​ຈຳ​ແນ​ກພາກສ່ວນ, ສາສະໜາ, ທົ່ວ​ປວງ​ຊົນ​ທຳ​ການ​ຕໍ່ຕ້ານ, ທົ່ວ​ປວງ​ຊົນ​ຕໍ່ສູ້​ຕ້ານ​ສັດຕູ. ຄຽງ​ຂ້າງ​ນັ້ນ​ແມ່ນ​ການຊີ້​ນຳ​ນຳພາ​ທີ່​ປີ​ຊາ​ສາມາດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ”.

    ນັກ​ຄົ້ນ​ຄ້ວາປະຫວັດສາດຝລັ່ງ Alain Rusci ຖື​ວ່າ ​ ໄຊຊະນະວັນ​ທີ 30-4-1975 ຂອງ​ຫວຽດນາມ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ສຳຄັນຍິ່ງ​ບໍ່​ພຽງ​ແຕ່​ສຳ​ຫຼັບ​ຫວຽດນາມ ຫາກ​ສຳ​ຫຼັບ​ປະຊາຊົນ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ. ສ່ວນ​ນັກ​ຂ່າວ​ຈີນ ຈາງຢາສາງ, ໃຫ້​ຮູ້​ວ່າ:

    ”ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ ຂອງ​ປະຊາຊົນ​ຫວຽດນາມ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ສູ້​ຮົບ​ອັນ​ພິລະ​ອາດ​ຫານ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ໂລກ, ​ແລະ ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກ​ປະຊາຊົນ​ໂລກ. ຈິດ​ໃຈ​ສູ້​ຮົບ​ໂດຍ​ບໍ່​ຢ້ານ​ຄວາມ​ຫຍຸ້ງຍາກ​ລຳບາກ, ບໍ່​ຢ້ານ​ເສຍສະຫຼະ ​ແລະ ການ​ກະທຳ​ວິລະ​ຊົນ​ຂອງ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ໃຫ້​ແກ່​ຂ້າພະ​ເຈົ້າ”

    ດ້ວຍ​ຄວາມ​ໝາຍ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ນັ້ນ, ໄຊຊະນະວັນ​ທີ 30-4-1975 ຈະ​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ ​ແລະ​ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ກ້າວ​ຂຶ້ນຢ່າງ​ໝັ້ນຄົງ​ບົນ​ເສັ້ນທາງ​ສ້າງສາ​ປະ​ເທດ​ຊາດ.    

​ເນື່ອງ​ໃນ​ໂອກາດ​ນີ້, ໜັງສືພິມຫວຽດນາມ ສະບັບອອກວັນທີ 30/4 ໄດ້ລົງພິມຫຼາຍບົດ, ຂ່າວກ່ຽວກັບໄຊຊະນະວັນທີ 30/4/1975. ໜັງສືພິມ ກວນ​ໂດ້ຍ​ເຍິນ​ເຢີ​ນ (ກອງທັບປະຊາຊົນ) ຫວຽດນາມ ໄດ້ຢືນຢັນວ່າ, ໄຊຊະນະວັນທີ 30/4/1975 ແມ່ນໄຊຊະນະ ຂອງສິລະປະດຳເນີນສົງຄາມປະຊາຊົນຫວຽດນາມ. ໄຊຊະນະນີ້ແມ່ນໜຶ່ງ ໃນບັນດາຂີດໝາຍອັນສະຫງ່າລາສີທີ່ສຸດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນັ້ນແມ່ນສັນຍາລັກອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ລັດທິວິລະ​ຊົນ​ປະຕິວັດ​ຫວຽດນາມ.

        ໜັງສື​ພິມ​ເຍິນ​ເຢີ​ນ (ປະຊາຊົນ) ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ກໍ່​ລົງ​ພິມ​ບົດ​ຂຽນ ”ນະຄອນ​ທີ່​ໃສ່​ຊື່​ລຸງ ​ໂຮ່, ພ້ອມ​ກັບ​ທົ່ວ​ປະ​ເທດກ້າວ​ຂຶ້ນ​, ​ເພື່ອ​ທັງ​ປະ​ເທດ” ບົດ​ຂຽນ​ຢືນຢັນ​ວ່າ, ພາຍຫຼັງ 37 ປີແຫ່ງວັນປົດປ່ອຍ ພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ນະຄອນ​ໂຮ່ຈີ​ມິນ​ໄດ້​ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ໃນ​ທຸກ​ຂົງ​ເຂດ. ຄິດ​ສະ​ເລ່ຍ​ໄລຍະ 2006 -2010 ລະດັບ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ຂອງ​ນະຄອນ​ແມ່ນ 11,2%/ປີ, ​ເທົ່າ​ກັບ 1,5 ​ເທົ່າຂອງລະດັບ​ເຕີບ​ໂຕ​ໃນທົ່ວ​ປະ​ເທດ.

        ​ໃນ​ໂອກາດ​ນີ້, ວັນ​ທີ 29/4, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ກວດກາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ໂຄງການ​ຟື້ນ​ຟູ​ເຂດ​ກັກ​ຂັງ B2 ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ, ຄຸກກັກ​ຂັງ​ນັກ​ໂທດ​ກອມ​ມູນິດ​ຫວຽດນາມ ຟູ໋ກວົກ (ກຽນ​ຢາງ). ທ່ານ​ປະທານ​ເນັ້ນ​ໜັກ​ວ່າ​, ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ​ຄວນ​ຖື​ວ່າ​ ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ວິລະ​ຊົນ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ.

        ຕອນ​ເຊົ້າ​ວັນ​ທີ 30/4, ​ແຂວງກວາງ​ຈີ້ ​ໄດ້​ຈັດ​ຕັ້ງ​ພິທີ​ຊັກ​ທຸງຊາດທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ກວາງ​ຈີ້.

ໄຊຊະນະວັນທີ 30-4-1975 ເປັນຂີດໝາຍອັນສະຫງ່າໃນປະຫວັດສາດຂອງຊາດຫວຽດນາມ - ảnh 2

ພິທີ​ຊັກ​ທຸງຊາດຢູ່ກຳເພງເກົ່າກວາງຈີ້
(ພາບ: chinhphu.vn)

        ອ່ານ​ສູນ​ທອນ​ພົດ​ນະ​ພິທີ​ຊັກ​ທຸງຊາດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທ່ານ Nguyen Duc Cuong, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຈີ້, ​ເນັ້ນ​ໜັກ​ວ່າ.

        ”ພະນັກງານ​ນັບ​ໝື່ນ​ຄົນ​ທີ່​ມາ​ຈາກ​ທຸກ​ແຖບ​ຖີ່​ນຂອງ​ປະ​ເທດ​ຊາດ​ໄດ້​ມາກ​ວາງ​ຈີ້ ​ໃນ​ຊຸມ​ເດືອນ​ປີ​ອັນທຸກ​ຍາກ​ກາກ​ກຳ, ​ແລະ ດຸ​ເດືອດທີ່​ສຸດ ​ເພືອຕໍ່ສູ້, ປົກ​ປັກ​ຮັກສາ​​ທຸງຊາດ, ປົກ​ປັກ​ຮັກສາ​ພາກ​ເໜືອ​ສັງຄົມ​ນິຍົມ, ປົດ​ປ່ອຍພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ພາຍຫຼັງ​ສົງຄາມ, ກວາງ​ຈີ້​ ໄດ້​ຮັການ​ຟື້ນຟູ​ເທື່ອ​ລະ​ກ້າວ, ​ເສດຖະກິດ​ມີ​ບາດກ້າວ​ເຕີບ​ໂຕ​ພໍ​ສົມຄວນ, ບັນດາ​ບັນຫາ​ສັງຄົມ​ມີ​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ, ຮັບປະກັນ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ”

 

ຂ່າວ/ບົດ​ອື່ນ