ໄດ້ 17 ມື້​ແລ້ວ ​ທີ່​ຫວຽດ​ນາມ​ບໍ່ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່ໃນ​ຊຸມ​ຊົນ

(VOVWORLD) - ໄລ່ແຕ່ເວລາ 18 ໂມງຂອງວັນທີ 18 ກັນຍາ ຫາເວລາ 6 ໂມງເຊົ້າຂອງວັນທີ 19 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ, ດັ່ງນັ້ນ, ໄດ້ 17 ມື້ແລ້ວທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19ໃໝ່ໃນຊຸມຊົນ.
ໄດ້ 17 ມື້​ແລ້ວ ​ທີ່​ຫວຽດ​ນາມ​ບໍ່ກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ໃໝ່ໃນ​ຊຸມ​ຊົນ - ảnh 1ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ 

ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄລ່ຮອດ ເວລາ 6ໂມງຂອງວັນທີ 19 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ 1.068 ຄົນ, ໃນນັ້ນປິ່ນປົວຫາຍດີແມ່ນ 941 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ