ໄດ້ຮັບ​ເລືອດເກືອບ 14.000 ​ຖົງພາຍຫຼັງ ການ​ຜັນ​ຂະ​ຫຍາຍ​ການ​ບໍ​ລິ​ຈາກ​ເລືອດ​ແບບຄົງ​ທີ່​​ເປັນ​ເວ​ລາ 1 ປີ

(VOVWORLD) - ວັນທີ 17 ມິຖຸນາ, ສະຖາບັນໂລຫິດສາດ - ສົ່ງເລືອດສູນກາງໄດ້ສົມທົບກັບພະແນກສາທາລະນະສຸກ ຮ່າໂນ້ຍ ຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວ ຂອງການບໍລິຈາກເລືອດແບບຄົງທີ່ຢູ່ຮ່າໂນ້ຍ.
ໄດ້ຮັບ​ເລືອດເກືອບ  14.000 ​ຖົງພາຍຫຼັງ ການ​ຜັນ​ຂະ​ຫຍາຍ​ການ​ບໍ​ລິ​ຈາກ​ເລືອດ​ແບບຄົງ​ທີ່​​ເປັນ​ເວ​ລາ 1 ປີ - ảnh 1ພາບປະກອບ: kenh14.vn 

ກ່ອນໜ້ານັ້ນ, ສະຖາບັນໂລຫິດສາດ - ສົ່ງເລືອດ ສູນກາງໄດ້ສົມທົບກັນຜັນຂະຫຍາຍການ ທີ່ບໍລິຈາກເລືອດແບບຄົງທີ່ຢູ່: ສູນສາທາລະນະສຸກເມືອງ ຮ່ວານກ໊ຽມ, ສຸກສາລາຕາແສງເຍິນຈິ໊ງ,  ຫ້ອງກວດພະຍາດ ຫຼາຍຂະແໜງເລກທີ 2, ສູນສາທາລະນະສຸກເມືອງດົ່ງດາ. ນັບແຕ່ເວລາສ້າງຕັ້ງມາຮອດປັດຈຸບັນ (22 ມິຖຸນາ 2019 – 31 ພຶດສະພາ 2020), ບັນດາສະຖານທີ່ດັ່ງກ່າວ ໄດ້ຮັບເລືອດ 13585 ຖົງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ປອ ແບກກ໊ວກແຄັງ, ຫົວໜ້າສະຖາບັນໂລຫິດສາດ - ສົ່ງເລືອດສູນກາງ ໄດ້້ເນັ້ນໜັກວ່າ ບັນດາສະຖານທີ່ບໍລິຈາກເລືອດແບບຄົງທີ່ ສາມາດເສີມຂະຫຍາຍບົດບາດໄດ້ເປັນຢ່າງດີ, ເປັນຕົ້ນແມ່ນໃນໄລຍະເກີດໂລກລະບາດ Covid – 19 ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນມາບໍລິຈາກເລືອດ ແລະ ຮັບເລືອດໄດ້ໃນປະລິມານຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ