ໄຕມາດ 1, ນະຄອນ ໂຮ່ຈີມິນ ດຶງດູດທຶນ FDI ໄດ້ຫລາຍກ່ວາ 1,55 ຕື້ USD

(VOVWORLD) - ຕາມຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລ້ວ, ໃນໄຕມາດ 1 ປີ 2019, ນະຄອນດຶງດູດ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ 1,55 ຕື້ USD, ເພີ່ມຂຶ້ນ 20,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນນັ້ນ, ການເຄື່ອນໄຫວດຳເນີນທຸລະກິດອະສັງຫາລະມະຊັບດຶງດູດເງິນລົງທຶນໄດ້ຫລາຍທີ່ສຸດ, ກວມເອົາ 52,7%; ຖັດມາແມ່ນການເຄື່ອນໄຫວວິຊາສະເພາະ, ວິທະຍາສາດ ແລະ ເຕັກໂນໂລຊີ; ການຂາຍຍົກ ແລະ ຂາຍຍ່ອຍ, ສອມແປງລົດໂອໂຕ, ລົດຈັກ ແລະ ລົດທີ່ມີເຄື່ອງຈັກອື່ນໆ; ເຕັກໂນໂລຊີປຸງແຕ່ງ…

        ບັນລຸໄດ້ໝາກຜົນຄືດັ່ງກ່າວ ແມ່ນຍ້ອນທາງນະຄອນໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການລົງທຶນ, ໜູນຊ່ວຍວິສາຫະກິດເປີດກ້ວາງຕະຫລາດ, ຍົກສູງຄຸນນະພາບ ແລະ ປະສິດທິຜົນການສົ່ງອອກ; ບັນດານະໂຍບາຍດຶງດູດການລົງທຶນ, ຮຽກເຊີນບັນດານັກລົງທຶນຕ່າງປະເທດ ແລະ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາເສດຖະກິດນະຄອນ. ຈາກນັ້ນ, ປະກອບສ່ວນຊຸກຍູ້ການລົງທຶນຢູ່ພາຍໃນປະເທດ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ຈຳນວນໂຄງການ FDI ທີ່ໄດ້ຮັບໃບອະນຸຍາດໃໝ່ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ

ຂ່າວ/ບົດ​ອື່ນ