ໄຕມາດທີ 1 ປີ 2020, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 8,55 ຕື້ USD

(VOVWORLD) -ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຄື: ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດ, ການຂາຍສົ່ງ-ຂາຍຍ່ອຍ…
ໄຕມາດທີ 1 ປີ 2020, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 8,55 ຕື້ USD - ảnh 1 (ພາບປະກອບ)

ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີນາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນໄຕມາດທີ 1 ປີ 2020, ໃນທົ່ວປະເທດມີ 758 ໂຄງການໃໝ່ໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນດ້ວຍຍອດຈຳນວນເງິນຈົດທະບຽນໃໝ່ບັນລຸ 5,5 ຕື້ USD.

        ຕາມຂົງເຂດລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຄື: ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດ, ການຂາຍສົ່ງ-ຂາຍຍ່ອຍ…

        ຕາມຄູ່ຮ່ວມມືລົງທຶນ, ມີ 87 ປະເທດ ແລະ ເຂດແຄ້ວນໃນໂລກມໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນຢືນອັນດັບທີ 1 ແມ່ນສິງກະໂປ, ຢືນອັນດັບທີ 2 ແມ່ນຍີ່ປຸ່ນ ແລະ ຈີນ ຢືນອັນດັບທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ