ໄຕຫວັນ(ຈີນ)ຢືນອັນດັບທີ3/50ປະເທດແລະເຂດແຂ້ວນມີໂຄງການລົງທຶນຢູ່ຫວຽດນາມ

ໄຕຫວັນ(ຈີນ)ຢືນອັນດັບທີ3/50ປະເທດແລະເຂດແຂ້ວນມີໂຄງການລົງທຶນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ: ​ໄລ່​ສະ​ເພາະ 4 ​ເດືອນຕົ້ນ​ປີ 2016, ​ໄຕ​ຫວັນ (ຈີນ) ຖືກ​ຈັດ​ອັນ​ດັບ​ທີ 3/50 ປະ​ເທດ ​ແລະ ​ເຂດ​ແຂ້ວ​ນ ທີ່ມີ​ໂຄງການ​ລົງ​ທຶນ​ຢູ່ ຫວຽດນາມ ດ້ວຍ​ໂຄງການ​ອະນຸມັດ​ໃໝ່ 39 ​ໂຄງການ, ດັດ​ສົມທຶນ 25 ​ເທື່ອ. ຍອດ​ຈຳນວນທຶນ​ຈົດທະບຽນ​ໃໝ່ ​ແລະ ດັດ​ສົມບັນລຸ​ກ່ວາ 664 ລ້ານ USD.

        ຮູ​ບການຖື​ຫັນ​ຕ່າງປະ​ເທດ 100% ກວມ​ເອົາ 99% ຍອດຈຳນວນ​ທຶນ​ຂອງ ​ໄຕ​ຫວັນ (ຈີນ) ຢູ່ ຫວຽດນາມ.ບັນດາ​ນັກ​ລົງທຶນ ​ໄຕ​ຫວັນ ​ໄດ້​ລົງທຶນ​ເຂົ້າ​ 10/21 ຂະ​ແໜງ​ເສດຖະກິດ ​ເຊິ່ງສຸມ​ໃສ່; ຕົ້ນຕໍ່​ ​ໃນ​ຂົງ​ເຂດ​ອຸດສາຫະກຳ​ການຜະລິດປຸງ​ແຕ່ງ; ຂົງ​ເຂດສະໜອງ ​ແລະ ກຳຈັດ​ສິ່ງ​ເສດ​ເຫຼືອ; ຖັດມາແມ່ນ​ບາງ​ຂົງ​ເຂດ​ອື່ນໆ​ຄື: ການ​ຂົນ​ສົ່ງສ້າງ​ບັນຈຸ​ສິນຄ້າ., ການ​ເຄື່ອນ​ໄຫວ​ບໍລິການ​ອື່ນໆ…

ຂ່າວ/ບົດ​ອື່ນ