ໄທ ກຽມພ້ອມມຸ່ງໄປເຖິງປະຊາຄົມອາຊຽນໃນປີ 2015

ໄທ ກຽມພ້ອມມຸ່ງໄປເຖິງປະຊາຄົມອາຊຽນໃນປີ 2015 - ảnh 1
ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ
ພາບ:internet

(vovworld)-ປະຈຸ​ບັນ ພາກ​ລັດ ​ແລະ ພາກ​ເອກະ​ຊົນ​ທັງ​ໝົດ​ຂອງ​ໄທ ພວມ​ໄດ້​ຮັບ​ການ​ສົ່ງ​ເສີມ​ປັບປຸງ​ດ້ວຍ​ຕົນ​ເອງ​ເພື່ອ​ຊອກ​ຫາ​ບັນດາ​ກາລະ​ໂອກາດ​ໃຫມ່​ພາຍຫລັງ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​​ໃນ​ປີ 2015. ​ໄທ​ຖື​ວ່າ: ​ເລື່ອງ​ອາ​ຊຽນ​ ​ໂຮມ​ເຂົ້າ​ເປັນ​ຫນຶ່ງ​ດຽວ​ຈະ​ນຳ​ມາ​ເຊິ່ງບັນດາ​ກາລະ​ໂອກາດ​​ໃຫຍ່​ຫລວງ​​ແຕ່​ກໍ່​​ເປັນສິ່ງ​ທ້າ​ທາຍ. ​ຖ້າ​ຫາກ​ທຸກ​ພາກສ່ວນ​ໃນ​ສັງ​ຄົມ​ໄດ້​ຮັບ​ການ​ກະກຽມ​ເປັນ​ຢ່າງ​ດີ​ເພື່ອ​ປະ​ເຊີນຫນ້າ​ກັບ​ສິ່ງ​ທ້າ​ທາຍ ​ເຂົາ​ເຈົ້າ​ຈະ​ມີ​ກາລະ​ໂອກາດ​ໃຫມ່​ຫລາຍ​ຢ່າງ. ລັດຖະບານ​ໄທ ຫາ​ກໍ່​ວາງ​ອອກ​ບັນດາ​ບັນຫາ​ໃນ​ນະ​ໂຍບາຍ​ຂອງ​ຕົນ​ເພື່ອ​ໃຫ້​ທຸກ​ຝ່າຍ​ສາມາດ​ກະກຽມ​ດ້ວຍ​ຕົນ​ເອງ ​ແລະ ກ້າວ​ໄປ​ເຖິງ​ການວາງ​ອອກບັນດາ​ຈຸດໝາຍຍາວ​ນານ​ລວມ​ເພື່ອ​ສາມາດ​ບັນລຸ​ຜົນສຳ​ເລັດ​ເມື່ອ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ: ​ເສັ້ນທາງ​ຂອງ​ໄທ​ກ້າວ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ” ຂອງໄທຊື່​ງດຳ​ເນີນ​ໄປ​ຫວ່າງ​ແລ້ວ​ນີ້, ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ ຖື​ວ່າ:​​ໄທ ຈະ​ບໍ່​ແມ່ນ​ຕະຫລາດ​ທີ່​ມີ​ພົນ​ລະ​ເມືອງ 65 ລ້ານ​ຄົນ​ອີກ​ຫາກ​ແມ່ນ​ຕະຫລາດ​ມີ​ພົນລະ​ເມືອງ 600 ລ້ານ​ຄົນ​ເມື່ອ​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ປະ​ຈຸ​ບັນ ລັດຖະບານ​ໄທ ວາງ​ອອກ 4 ຍຸດ​ທະ​ສາດ​ໃຫຍ່, ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​​ໃນ​ການ​ແກ້ງ​​ແຍ
ຂ່າວ/ບົດ​ອື່ນ