ໄທ ຄິດໄລ່ຊັ່ງຊາການເຂົ້າຮ່ວມ CPTPP

(VOVWORLD) - ຕາມທ່ານແລ້ວ, ໄທ ມີເຈດຈຳນົງເຂົ້າຮ່ວມ TPP ແລ້ວ, ແຕ່ພາຍຫຼັງ ອາເມລິກາ ຖອນອອກຈາກສັນຍານີ້, ໄທ ໄດ້ “ຢຸດຕິລົງເພື່ອຄິດໄລ່ຊັ່ງຊາຕື່ມອີກ”.

ວັນທີ 4 ມີນາ, ທ່ານ ສົມໃຈ ສະແຫວງການ, ສະມາຊິກຂອງສະພານິຕິບັນຍັດແຫ່ງຊາດ (NLA) - ສະພາແຫ່ງຊາດໄທ ໃຫ້ຮູ້ວ່າ: ທ່ານພວມຄິດໄລ່ຊັ່ງຊາເລື່ອງເຂົ້າຮ່ວມສັນຍາຄູ່ຮ່ວມມືຂ້າມປາຊີຟິກ ຮອບດ້ານ ແລະ ກ້າວໜ້າ (CPTPP), ກ່ອນນັ້ນແມ່ນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ ສົມໃຈ ໃຫ້ຮູ້ວ່າ: ຍັງມີສະມາຊິກລັດຖະບານ ໄທ ບາງທ່ານ ບໍ່ສະໜັບສະໜູນແນວຄວາມຄິດນີ້. ຕາມທ່ານແລ້ວ, ໄທ ມີເຈດຈຳນົງເຂົ້າຮ່ວມ TPP ແລ້ວ, ແຕ່ພາຍຫຼັງ ອາເມລິກາ ຖອນອອກຈາກສັນຍານີ້, ໄທ ໄດ້ “ຢຸດຕິລົງເພື່ອຄິດໄລ່ຊັ່ງຊາຕື່ມອີກ”.

        ພາຍຫຼັງ ອາເມລິກາ ຖອນອອກຈາກ TPP ໃນປີ 2017, ຍັງມີ 11 ປະເທດ ຍັງເຫຼືອ (ນັ້ນແມ່ນ: ອົດສະຕາລີ, ບຣູໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ) ໄດ້ເຫັນດີຮັກສາຂໍ້ຕົກລົງ TPP ແລະ ປ່ຽນຊື່ເປັນ CPTPP. ຕາມແຜນການແລ້ວ, ບັນດາຝ່າຍຈະລົງນາມ CPTPP ທີ່ຮອບເຈລະຈາຄັ້ງຕໍ່ໄປຢູ່ ຈີເລ ໃນວັນທີ 8 ມີນາ ເພື່ອໃຫ້ສັນຍານີ້ມີຜົນສັກສິດນັບແຕ່ຕົ້ນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ