ໄທ ຊຸກຍູ້ຂໍ້ລິເລີ່ມ ອາຊຽນ ປອດຢາເສບຕິດ ໃນປີ 2015

ໄທ ຊຸກຍູ້ຂໍ້ລິເລີ່ມ ອາຊຽນ ປອດຢາເສບຕິດ ໃນປີ 2015 - ảnh 1
ທ່ານ ສຸຣາພົງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ

(vovword) - ວັນ​ທີ 3/7, ທ່ານ ສຸຣາພົງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ​ໃຫ້​ຮູ້​ວ່າ: ທ່ານ​ພວມ​ຕັ້ງຫນ້າ​ກະກຽມ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຄັ້ງ​ທີ 45 ຊຶ່ງ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 8 - 13/7 ຢູ່ ນະຄອນຫລວງ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ. ຕາມ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ສຸຣາພົງ ​ແລ້ວ, ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ສຸມ​ໃສ່​ຍູ້​ໄວ​ບັນດາ​ບັນຫາ​ສຳຄັນ​ໃນ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ. ​ໃນ​ໝວດ​ບັນຫາ​ດັ່ງກ່າວ, ​ໄທ ຖື​ການ​ຊຸກຍູ້​ຂໍ້​ລິ​ເລິ່ມ ອາ​ຊຽນປອດ​ຢາ​ເສບຕິດ ​ໃນ​ປີ 2015 ​ເປັນ​ສຳຄັນ. ພ້ອມ​ກັນ​ນັ້ນ ​ໄທ​ຈະ​ສະ​ເຫ​ນີ​ເປັນ​ເຈົ້າພາບ​ກອງ​ປະຊຸ​ມລັດຖະມົນຕີ ອາ​ຊຽນ ກ່ຽວ​ກັບ​ບັນຫາ​ຕ້ານ​ຢາ​ເສບ​ຕິດ​ໃນ​ວັນ​ທີ 30/8 ຈະ​ມາ​ເຖິງ. ຖ້າ​ຫາກ​​ໄດ້​ຮັບການ​ຮັບ​ຮູ້, ກະຊວງ​ການ​ຕ່າງປະ​ເທດ​ໄທ ​ແລະ ຄະນະ​ກຳມະການ​ປ້ອງ​ກັນ ​ແລະ ປາບ​ປາມ​ຢາ​ເສບ​ຕິດ​ໄທ ຈ​ະ​ເປັນ​ເຈົ້າພາບ​ຮ່ວມ​ຈັດ​ຕັ້ງ​ກອງ​ປະຊຸມ​ດັ່ງກ່າວ​ຢູ່​ນະຄອນຫລວງ ບາງກອກ.

Xuan Son  ນັກ​ຂ່າວ VOV ປະຈຳ​ໄທ

 

ຂ່າວ/ບົດ​ອື່ນ