ໄທ ຊອກຈັບຫົວໜ້າ ຝ່າຍເຊື້ອແດງ

ໄທ ຊອກຈັບຫົວໜ້າ ຝ່າຍເຊື້ອແດງ - ảnh 1
ວຸດ​ທິພົງ ​ໂກ​ດ​ທຳ​ຄູນ, ​​ຫົວໜ້າ​ຝ່າຍ​ເຊື້ອ​ແດງ
(ພາບ: telegraph.co.uk)


(vovworld) - ວັນ​ທີ 11/04 ສານ​ອາຍາ​ໄທ ​ໄດ້​ຮັບອະນຸມັດ​ຜ່ານ​ຄຳ​ສັ່ງ​ຈັບ​ຕົວ ວຸດ​ທິພົງ ​ໂກ​ດ​ທຳ​ຄູນ, ​ເຊິ່ງ​ເປັນ​ຫົວໜ້າ​ຝ່າຍ​ເຊື້ອ​ແດງ​ຂອງແນວ​ໂຮມ​ປະຊາທິປະ​ໄຕ ຕ້ານ​ພະ​ເດັດ​ການ (UDD) ​ຫຼືເອື້ນວ່າ​ກຳລັງຝ່າຍ​ເຊື້ອ​ແດງ, ຍ້ອນ​ຖືກ​ກ່າວ​ຫາ​​​ແຕະຕ້ອງ​ລາ​ຊະ​ອານາຈັກ. ທ່ານ ວຸດ​ທິພົງ ​ ໂກ​ດ​ທຳ​ຄູນ ໄດ້​ມີ​ບັນດາ​ການ​ວິຈານ​​ເຊິ່ງຖືກ​ຖື​ວ່າ​ເຍາະ​ເຍີ້ຍລ່ວງ​ລ້ຳລະບອບລາຊາທິປະ​ໄຕ​ໃນ​ການ​ຕອບ​ສຳພາດ​ຕໍ່ຂ່າວສານ​ຕ່າງປະ​ເທດ. ປະຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ທີ່​ຢູ່ຂອງ ທ່ານ ວຸດ​ທິພົງ ​ ໂກ​ດ​ທຳ​ຄູນ ຢູ່​ແຂວງ ປະທູ​ມທານີ ທາງ​ພາກ​ກາງຂອງ​ໄທ. ການ​ຊອກຈັບທ່ານຜູ້​ນີ້ພວມ​ດຳ​ເນີນຢູ່.

ຂ່າວ/ບົດ​ອື່ນ