ໄທ: ຕຳຫຼວດກຽມພ້ອມໃຫ້ແກ່ການ ແຫ່ຂະບວນຂະໜາດໃຫຍ່ຂອງ “ຝ່າຍເຊື້ອແດງ”

ໄທ: ຕຳຫຼວດກຽມພ້ອມໃຫ້ແກ່ການ ແຫ່ຂະບວນຂະໜາດໃຫຍ່ຂອງ “ຝ່າຍເຊື້ອແດງ” - ảnh 1

ຕຳຫຼວດ​ກຽ​ມພ້ອມ​ໃຫ້​ແກ່​ການ​ແຫ່​ຂະ​ບວນຂະໜາດ​ໃຫຍ່​ຂອງ “ຝ່າຍ​ເຊື້ອ​ແດງ”

(ພາບ: signalfire.org)

(vovworld) - ວັນ​ທີ 23/6, ອົງການຕຳຫຼວດບັງ​ກອກ (ປະ​ເທດ​ໄທ) ​ໃຫ້​ຮູ້​ວ່າ: ຈະ​ຜັນ​ຂະຫຍາຍ 4 ກົມ​ກອງ​ຕຳຫຼວດ ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສັນຕິພາບ​ຢູ່​​ໃຈ​ກາງ​ນະຄອນຫຼວງ ບາງກອກ, ບ່ອນ​ເກີດ​​ການ​ແຫ່​ຂະ​ບວນຂະໜາດ​ໃຫຍ່​ຂອງ​ບັນດາ​ຜູ້​ສະໜັບສະໜູນ​ຂະ​ບວນການ “ຝ່າຍ​ເຊື້ອ​ແດງ” ທີ່​ສັງກັດ​​ແນວ​ໂຮມ​ປະຊາທິປະ​ໄຕ ຕ້ານ​ພະ​ເດັດ​ການ (ຫຼື UDD) ນິຍົມ​ລັດຖະບານ​ ​ໃນ​ວັນ​ທີ 24/6. ຕຳຫຼວດ​ຄາດ​ຄະ​ເນ​ວ່າ: ຈະ​ມີ​ປະຊາຊົນປະມານ 50.000 ຄົນ​ທີ່​ສັງກັດ “ຝ່າຍ​ເຊື້ອ​ແດງ” ຈະ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຢູ່ ບາງກອກ ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ປະຕິວັດ ​ເມື່ອ​ປີ 1932. ທ່ານ​ນາງ ທິດາ ທາວຸນ​ເສດ, ໜຶ່ງ​ໃນ​ບັນດາ​ຫົວ​ໜ້າ​ຂອງ UDD ​ໃຫ້​ຮູ້​ວ່າ: ການ​ແຫ່​ຂະ​ບວນຂະໜາດ​ໃຫຍ່​ຂອງ​ເຂົາ​ເຈົ້າ​ໃນ​ວັນ​ທີ 24/6 ​ມີ 2 ຈຸດປະສົງ​: ທີໜຶ່ງ​ແມ່ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ການ​ສິ້ນ​ສຸດ​ຂອງ​ພື້ນຖານ​ລະບອບລາຊາທິປະ​ໄຕຢູ່​ໄທ ​ກ່ອນ​ນີ້ 80 ປີ, ​ແລະ​ ທີສອງ​ແມ່ນ​ເພື່ອ​ສະ​ແດງການ​ຄັດຄ້ານທີ່​ມີ​ຕໍ່​ທຸກໆການ​ແຊກ​ແຊງ​ ​ເຂົ້າ​ວິວັດ​ການ​ປະຊາທິປະ​ໄຕ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ