ໄທ: ຜູ້ແຫ່ຂະບວນ ປະທ້ວງໄດ້ບຸກເຂົ້າ ສຳນັກງານລັດຖະບານ

ໄທ: ຜູ້ແຫ່ຂະບວນ ປະທ້ວງໄດ້ບຸກເຂົ້າ ສຳນັກງານລັດຖະບານ - ảnh 1
ສຳນັກງານ​ລັດຖະບານໄທ
(ພາບປະກອບ: AFP)


(vovworld) – ຕອນ​ເຊົ້າ​ວັນ​ທີ 12/12, ກຸ່ມ​ຄົນ​ແຫ່​ຂະ​ບວນຕ້ານ​ລັດຖະບານ​ໄທ ​ໄດ້​ບຸກ​ເຂົ້າ​ສຳນັກງານ​ລັດຖະບານ, ​ເຊິ່ງ​ແມ່ນ​ຫ້ອງ​ວ່າການ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ສິນ​ນິວັດ ​ແຕ່​ຫຼັງ​ຈາກ​ນັ້ນໄດ້​ອອກ​ໄປ​ໂດ​ຍ​ໄວ. ບັນດາຕົວພະຍານໃຫ້​ຮູ້​ວ່າ ກຸ່ມ​ຄົນ​ດັ່ງກ່າວ​ໄດ້​ນຳ​ໃຊ້​ຂັ້ນ​​ໄດ​ເພື່ອ​ປິນຂ້າມ​ກຳ​ແພງ​ເຂົ້າ​ສຳນັກງານ​ລັດຖະບານ. ​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​​ຕຳຫຼວດ​ເວັ້ນຍາມ​ຢູ່​ນີ້​ກັບ​ຄືນ​ສຳນັກງານ. ​ແຕ່​ວ່າ, ພາຍຫຼັງ​ບຸກ​ເຂົ້າ​ພຽງ 2 – 3 ນາທີ ກຸ່ມ​ຄົນ​ນີ້​ໄດ້​ອອດ​ຈາກ​ສຳນັກງານ ​ແລະ ບໍ່ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ໃດໆ​ລະຫວ່າງ​ກຸ່ມ​ຄົນ​ນີ້ ກັບ ກຳລັງ​ຕຳຫຼວດ.

        ​ແລະ​ກໍ່​ໃນ​ວັນ​ດຽວກັນ, ​ໂຄສົກ​ຂອງຫ້ອງ​ການລັດຖະມົນຕີກະຊວງ​ຍຸຕິ​ທຳ​ໄທ ນັນທະ​ສັກ ພູນ​ສຸ ​ໃຫ້​ຮູ້​ວ່າ ອະດີດ​ນາຍົກລັດຖະມົນຕີ​ ອະພິ​ສິດ ​ເວດ​ຊາຊີວະ ​ໄດ້​ກ່າວ​ຜູກ​ໂທດ​ເຂັ່ນ​ຂ້າຄົນ​ຢ່າງ​ເປັນ​ທາງ​ການ​ທີ່ກ່ຽວຂ້ອງ​ເຖິງການ​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ​ບາງກອກ ກ່ອນ​ນີ້ 3 ປີ.

ຂ່າວ/ບົດ​ອື່ນ