ໄທ: ພັກເພື່ອໄທ ຢັ້ງຢືນການສະເໜີທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ໄທ ວັນມູຮະມັດນໍ ມະທາ ໃຫ້ຮູ້ວ່າ, ທ່ານອາດຈະຮຽກໂຮມຈັດກອງປະຊຸມຮ່ວມຂອງສະພາຕ່ຳ ແລະ ສະພາສູງໃນວັນທີ 18 ສິງຫາ ຫຼື ວັນທີ 22 ສິງຫາ ເພື່ອປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.
ໄທ: ພັກເພື່ອໄທ ຢັ້ງຢືນການສະເໜີທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ - ảnh 1ທ່ານ ເສດຖາ ທະວີສິນ
(ພາບ: AFP/TTXVN)

ວັນທີ 14 ສິງຫາ, ທ່ານເລຂາທິການໃຫຍ່ພັກເພື່ອໄທ ປຣະເສີດ ຈັນທັນວົງທອງ ແຈ້ງໃຫ້ຊາບວ່າ ພັກນີ້ຈະສະເໜີທ່ານ ເສດຖາ ທະວີສິນ ດຳລົງຕຳແໜ່ງນາຍົກລັດຖະມົນຕີ. ທ່ານ ປຣະເສີດ ໃຫ້ຮູ້ວ່າ, ບັນດາການນຳຫຼັກແຫຼ່ງຂອງພັກເພື່ອ ໄທ ໄດ້ເຫັນດີ ແລະ ຢັ້ງຢັນວ່າ ທ່ານ ເສດຖາ ຈະແມ່ນຜູ້ຮັບສະໝັກເລືອກຕັ້ງຂອງພັກ ສຳລັບຕຳແໜ່ງນາຍົກລັດຖະມົນຕີ.

        ຕາມທ່ານເລຂາທິການພັກເພື່ອໄທແລ້ວ, ໄລ່ຮອດຈຸດເວລານີ້, ທ່ານ ເສດຖາ ພວມໄດ້ຮັບການສະໜັບສະໜູນຂອງສະມາຊິກລັດຖະສະພາປະມານ 270 ທ່ານ. ທ່ານ ປຣະເສີດ ຢືນຢັນວ່າ ພັກເພື່ອ ໄທ ຈະມີຄວາມປິຕິຊົມຊື່ນເມື່ອໄດ້ຮັບການສະໜັບສະໜູນຈາກທຸກພັກການເມືອງ.

        ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ໄທ ວັນມູຮະມັດນໍ ມະທາ ໃຫ້ຮູ້ວ່າ, ທ່ານອາດຈະຮຽກໂຮມຈັດກອງປະຊຸມຮ່ວມຂອງສະພາຕ່ຳ ແລະ ສະພາສູງໃນວັນທີ 18 ສິງຫາ ຫຼື ວັນທີ 22 ສິງຫາ ເພື່ອປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ