ໄທ ຢັ້ງຢືນວ່າຈະຈັດຕັ້ງການເລືອກຕັ້ງໃນທົ່ວປະເທດໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ

(VOVWORLD) - ໃນສະພາບການທີ່ໄລຍະຜ່ານມາ ໄດ້ປະກົດມີຫຼາຍຂໍ້ມູນຂ່າວທີ່ຖືວ່າ: ການປ່ອນບັດເລືອກຕັ້ງນີ້ອາດຈະຖືກໂຈະໄວ້

ໄທ ຢັ້ງຢືນວ່າຈະຈັດຕັ້ງການເລືອກຕັ້ງໃນທົ່ວປະເທດໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ - ảnh 1

 ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປະວິດ ວົງຊຸວັນ

(ພາບ: Bangkok Post)

ວັນທີ 3 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປະວິດ ວົງຊຸວັນ ໄດ້ປະກາດວ່າ ປະເທດນີ້ຈະຈັດຕັ້ງການເລືອກຕັ້ງໃນທົ່ວປະເທດຖືກຕາມກຳນົດເວລາໃນປີ 2019, ໃນສະພາບການທີ່ໄລຍະຜ່ານມາ ໄດ້ປະກົດມີຫຼາຍຂໍ້ມູນຂ່າວທີ່ຖືວ່າ: ການປ່ອນບັດເລືອກຕັ້ງນີ້ອາດຈະຖືກໂຈະໄວ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ ບາງກອກ, ທ່ານຮອງນາຍົກລັດຖະມົນຕີ ປະວິດ ໄດ້ຊີ້ແຈ້ງວ່າ: “ຖ້າຫາກພວກເພື່ອນຖາມວ່າ ການເລືອກຕັ້ງຈະຖືກໂຈະໄວ້ຫຼືບໍ່ນັ້ນ, ຄຳຕອບແມ່ນ ພວກຂ້າພະເຈົ້າ ພວມມຸ່ງໄປເຖິງການເລືອກຕັ້ງໃນວັນທີ 24 ກຸມພາ ປີ 2019”.

        ກ່ອນນັ້ນ, ລັດຖະບານ ໄທ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຈັດຕັ້ງການເລືອກຕັ້ງໃນເດືອນ 2 – 5/2019, ພາຍຫຼັງການໂຈະໄວ້ເປັນຫຼາຍຄັ້ງຍ້ອນຫຼາຍເຫດຜົນທີ່ກ່ຽວຂ້ອງເຖິງບັນດາບັນຫາລັດຖະທຳມະນູນ ແລະ ນິຕິບັນຍັດທີ່ຈຳເປັນກ່ອນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ