ໄທ ວາງຈຸດໝາຍ ກາຍເປັນສູນສິນທະເລ ອາຊຽນ ໃນປີ 2015

ໄທ ວາງຈຸດໝາຍ ກາຍເປັນສູນສິນທະເລ ອາຊຽນ ໃນປີ 2015 - ảnh 1
(ພາບປະກອບ)

(vovworld) - ລັດຖະບານ​ໄທ ຫາ​ກໍ່​ປະກາດ​ແຜນການ​ພັດທະນາ​ຂະ​ແໜງ​ປະມົງ ​ແລະ ສົ່ງ​ອອກ​ສິນ​ທະ​ເລ ດ້ວຍ​ຈຸດໝາຍ​ນຳ​ປະ​ເທດ​ນີ້​​ໃຫ້​ກາຍ​ເປັນ​ສູນ​ສິນ​ທະ​ເລ​ຂອງ​ອາ​ຊຽນ ​ໃນ​ປີ 2015. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ສະຫະກອນ​ໄທ ສີຣີວັດ ທະ​ຈອນ​ປະຊາ​ດ ໃຫ້​ຮູ້​ວ່າ ​ແຜນການ​ນີ້​ພວມ​ໄດ້​ຮັບ​ການ​ກໍ່ສ້າງ​ອີງບົນການ​ຄົ້ນຄວ້າ​ຍຸດ​ທະ​ຍາດ​ເຊິ່ງ​ໄດ້​ຮັບ​ການຜັນ​ຂະຫຍາຍ​ແຕ່​ປີ 2012, ​ໃນ​ນັ້ນສຸມ​ໃສ່​ຍູ້​ແຮງ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ຄຸນ​ນະພາ​ບຢູ່​ທຸກ​ຂອດ, ຈາກ​ການ​ລ້ຽງ​ປູກ, ປຸງ​ແຕ່ງ ຕະຫຼອດ​ຮອດ​ການ​ສົ່ງ​ອອກ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້ນຳ​ເຂົ້າ ກໍ​ຄື​ມາດຖານ​ສາກົນ, ຜ່ານ​ນັ້ນ ​ເພີ່ມ​ທະວີ​ລັກສະນະ​ແກ່ງ​ແຍ້​ງຂອງ​ບັນດາ​ຜະລິດ​ຕະພັນ​ ອາຊີບ​ປະມົງ​ຂອງ​ໄທ.
ຂ່າວ/ບົດ​ອື່ນ