ໄທ​ ສ້າງ​ເງື່ອ​ນ​ໄຂ ​ເພື່ອ​ໃຫ້ AstraZenaca ສົ່ງ​ອອກວັກ​ຊິນ​ໄປ​ຍັງ ຫວຽດ​ນາມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ອະນຸທິນ ຈານວິຣະກຸນ ຢັ້ງຢືນວ່າ ລັດຖະບານ ໄທຍາມໃດກໍ່ສ້າງເງື່ອນໄຂຢ່າງສະດວກເພື່ອໃຫ້ AstraZenaca ໂດຍແມ່ນບໍລິສັດຕັ້ງໂຮງງານຢູ່ ໄທ, ທຳການຜະລິດທີ່ມີສະມັດຕະພາບສູງສຸດ ແລະ ມອບ ວັກຊິນໃຫ້ແກ່ບັນດາປະເທດ, ໃນນັ້ນມີ ຫວຽດນາມ
 ໄທ​ ສ້າງ​ເງື່ອ​ນ​ໄຂ ​ເພື່ອ​ໃຫ້ AstraZenaca ສົ່ງ​ອອກວັກ​ຊິນ​ໄປ​ຍັງ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສາທາລະນະສຸກ ໄທ ອະນຸທິນ ຈານວິຣະກຸນ

ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ໃນຕອນບ່າຍວັນທີ 27 ກັນຍາ, ທ່ານ ະນຸທິນ ຈານວິຣະກຸນ ໄດ້ສະເໜີໃຫ້ເພີ່ມທະວີການສົມທົບລະຫວ່າງສອງປະເທດໃນການແບ່ງປັນບົດຮຽນປະສົບການໃນການຕ້ານໂລກລະບາດໂຄວິດ - 19ກ່ວາອີກ, ຢັ້ງຢືນວ່າ ລັດຖະບານ ໄທ ຈະສືບຕໍ່ສັກວັກຊິນໃນວົງກ້ວາງ ໃຫ້ແກ່ຊາວຕ່າງປະເທດ, ໃນນັ້ນມີຊາວຫວຽດນາມນັບພັນຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ໄທ.

ທ່ານເອກອັກຄະລັດຖະທູດ ຟານຈິແທັງ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ສອງປະເທດ ສືບຕໍ່ຊຸກຍູ້ການຮ່ວມມືໃນສະພາບການເກີດໂລກລະບາດໂຄວິດ - 19, ພ້ອມທັງສອງຝ່າຍກໍ່ແລກປ່ຽນກ່ຽວກັບການຮັບຮອງ “ປັດສະປໍວັກຊິນ” ໂດຍໄວ, ເຫັນດີເປັນເອກະພາບກ່ຽວກັບຂໍ້ກຳນົດກ່ຽວກັບການເຂົ້າອອກເມືອງ, ໄລຍະແຍກຕົວສຳລັບພົນລະເມືອງສອງປະເທດ ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວທີ່ໄດ້ຮັບອະນຸດຍາດ, ມຸ່ງໄປເຖິງການພິຈາລະນາການສ້າງແລວທາງໄປມາຢ່າງປອດໄພ ລະຫວ່າງບັນດານະຄອນໃຫຍ່ ແລະ ສະຖານທີ່ທ່ອງທ່ຽວ ຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ເສດຖະກິດ.

ກວາງຈຸງ, ນັກຂ່າວ VOV ປະຈຳ ໄທ

ຕອບກັບ

ຂ່າວ/ບົດ​ອື່ນ