ໄທ ເລືອກຕັ້ງປະທານວຸດ ທິສະພາຄົນໃໝ່

ໄທ ເລືອກຕັ້ງປະທານວຸດ ທິສະພາຄົນໃໝ່ - ảnh 1
ທ່ານ ທີຣາ​ເດັດ ມີ​ພຽນ
(ພາບປະກອບ)

(vovworld) - ​ໃນ​ການ​ປ່ອນ​ບັດລັບ ​ເມື່ອ​ວັນ​ທີ 14/8, ທ່ານ​ອະ​ດີດ​ປະທານ​​ວຸດ​ທິສະພາ ​ໄທ ​ນິຄົມ ວິ​ນັດ​ພາ​ນິດ ​ໄດ້ກາຍ​ເປັນ​ປະທານວຸດ​ທິສະພາ​ ​ໄທ ຄົນ​ໃໝ່ ດ້ວຍ​ໄຊຊະນະຢ່າງວຸດ​ວິດ ທ່ານ  ນິຄົມ ວິ​ນັດ​ພາ​ນິດ ​ໄດ້​ຮັບ​ບັດ​ສະໜັບສະໜູນດ້ວຍ 77 ບັດ​ສະໜັບສະໜູນ​ໃນ​ຈຳນວນ​ທັງ​ໝົດ 146 ບັດ ​ໃນ​ຂະນະ​ທີ່​ຄູ່​ແຂ່ງ​ຂອງ​ທ່ານ ​ແມ່ນ​ທ່ານ ພິ​ເສດ ສູນ​ທອນ​ພິພິດ ​ໄດ້​ຮັບ​ບັດ​ສະໜັບສະໜູນ 69 ບັດ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນີ້​ຈະ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະທານວຸດ​ທິສະພາ​ໃນ​ເວລາ​ກ່ວາ 1 ປີ​ເຄິ່ງຍ້ອນ​ວ່າ​ທ່ານ​ນີ້ ​ໄດ້​​ເປັນ​ສະມາຊິກ​ວຸດ​ທິສະພາ 4 ປີ​ເຄິ່ງ ນັບ​ແຕ່​ເດືອນ 3/2008. ທ່ານ ວິ​ນັດ​ພາ​ນິດ ຈະປ່ຽນ​ແທນ​ໃຫ້​ຜູ້​ພວມດຳລົງ​ຕຳ​ແໜ່​ງກ່ອນ ​ແມ່ນ​ທ່ານ ທີຣາ​ເດັດ ມີ​ພຽນ , ທີ່​ຫາ​ກໍ​ຖືກ​ສານ​ອາຍາ​ໄທ ລົງ​ໂທດ​ຈຳ​ຄຸກ 2 ປີ ​ແລະ ຄຸ້ມ​ຄອງ 2 ປີ ຍ້ອນ​ບັນດາ​ການ​ກະທຳ​ສວຍ​ໃຊ້​ສິດ​ອຳນາດ​ໃນ​​ໄລຍະປະຕິບັດ​ງານ​ຢູ່​ອົງການ​ກວດກາ​ປີ 2004. ທ່ານ ມີ​ພຽນ ກໍ​ຖືກ​ປົດ​ທຸກໆ​ຕຳ​ແໜ່​ງຕາມ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ ​ໄທ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານ​ວຸດ​ທິສະພາ ​ໄທ ​ຕ້ອງ​ໄດ້​ດຳ​ເນີນ​ເປັນ 2 ຄັ້ງ ພາຍ​ຫຼັງ​ຮອບ​ທີ 1 ສິ້ນ​ສຸດ​ລົງ​ດ້ວຍ​ໝາກຜົນ​ທ່ານ ວິ​ນັດ​ພາ​ນິດ​​ ​ແລະ ຄູ່​ແຂ່ງ​ ສູນ​ທອນ​ພິພິດ ລ້ວນ​ແຕ່​ບໍ່​ຍາດ​​ໄດ້​ບັດ​ສະໜັບສະໜູນເຄິ່ງໜຶ່ງ​ຈຳ​ນວນ​ບັດສະໜັບສະໜູນ.

ຂ່າວ/ບົດ​ອື່ນ