ໄທ:NLAຮັບຮອງເອົາແຜນງົບປະມານປີ2015

ໄທ:NLAຮັບຮອງເອົາແຜນງົບປະມານປີ2015 - ảnh 1
ກອງປະຊຸມຂອງອຳນາດການປົກຄອງການທະຫານ ໄທ
(ພາບ: ສຳນັກຂ່າວສານ ຊິນຮວາ /TTXVN)

(vovworld) - ວັນ​ທີ 18/8, ສະພາ​ນິຕິບັນຍັດ​ແຫ່ງ​ຊາດ​ໄທ (NLA) ​ໄດ້ຮັບຮອງ​ເອົາ​ແຜນ​ງົບປະມານ​ໃຫ້​ປີ​ການ​ເງິນ 2015 ​ໃນ​ວາລະ​ປຶກສາ​ຫາລື​ທຳ​ອິດ. ​ແຜນ​ງົບປະມານ​ປີ​ການ​ເງິນ 2015 ລວມ​ມູນ​ຄ່າ​ປະມານ 81 ຕື້ USD ​ເຊິ່ງ​ໄດ້​ຮັບຮອງ​ເອົາ​ດ້ວຍ​ບັດ​ສະໜັບສະໜູນ 183 ບັດ ​ແລະ ບັດ​ຂາວ 3 ບັດ. ນີ້​ແມ່ນ​ວາລະ​ປະຊຸມ​ທຳ​ອິດ​ຂອງ NLA ພາຍຫຼັງ​ວັນ​ທີ 17/8, ລາຊະວົງ ​ໄທ ປະກາດ​ພະ​ລາຊະດຳລັດ​ແຕ່ງ​ຕັ້ງ​ປະທານ ​ແລະ 2 ຮອງ​ປະທານ​ຂອງ​ອົງການ​ນິຕິ​ບັນຍັດ​ນີ້. ​ແຜນ​ງົບປະມານ​ໃໝ່​ໄດ້​ກຳນົດ​ສະຫງວນ​ຈຳນວນ​ເງິນ​ເກືອບ 16 ຕື້ USD ​ໃຫ້​ແກ່​ການ​ພັດທະນາ​ຂະ​ແໜງ​ການ​ສຶກສາ ​ແລະ ກ່ວາ 6 ຕື້ USD ​ໃຫ້ການ​ປ້ອງ​ກັນຊາ​ດ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ແຫ່ງ​ຊາດ ​ໄທ ​ໄດ້ປະກາດ​ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ໄຕ​ມາດ​ທີ 2 ຜ່ານ​ມາ, ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ບັນລຸ​ລະດັບ​ເຕີບ​ໂຕ 0,9%, ສາມາດຫລຸ​ດພົ້ນອອກ​ຈາກ​ສະພາບ​ການ​ຊຸດ​ໂຊມ​ຊົ່ວຄາວ​ພາຍຫຼັງ​ເກີດວິ​ກິດ​ການ​ການ​ເມືອງ​ເປັນ​ເວລາ​ຫຼາຍ​​ເດືອນ. ຕາມ​ອົງການ​ນີ້​ແລ້ວ, ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ໃນ 5 ​ເດືອ​ນຕົ້ນ​ປີ​ຈະ​ສືບ​ຕໍ່​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງ​ທັງ​ປີ​ຫລຸດ​ລົງ, ​ໃນ​ຂະນະ​ທີ່ 2 ຂະ​ແໜງ​ປາຍ​ແຫຼມ​ແມ່ນ​ຜະລິດ​ລົດ​ໂອ​ໂຕ ​ແລະ ການ​ທ່ອງ​ທ່ຽວ​ພວມ​ອ່ອນ​ແອ​ລົງ.



ຂ່າວ/ບົດ​ອື່ນ