ໄທຈັດກອງປະຊຸມສຳ ມະນາກ່ຽວກັບຮ່າງລັດຖະ ທຳມະນູນຂອງຫວຽດນາມ ສະບັບປັບປຸງ

ໄທຈັດກອງປະຊຸມສຳ ມະນາກ່ຽວກັບຮ່າງລັດຖະ ທຳມະນູນຂອງຫວຽດນາມ ສະບັບປັບປຸງ - ảnh 1

(ພາບປະກອບ: vtv.vn)

(vovworld) -  ວັນ​ທີ 16/3, ຢູ່​ແຂວງ ອຸບົນ ຣັດຈະທະນີ, ​ໄດ້​ຈັດ​ໃຫ້​ມີກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ ປີ 1992 ​ສະບັບ​ປັບປຸງຂອງ​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ເລຂາທິການ​ໃຫ່ຍສະພາ​ເລືອ​ກຕັ້ງສູນ​ກາງ​ໄທ ພ້ອມ​ດ້ວຍ​ບັນດາ​ນັກຄົ້ນຄ້ວາ, ຜູ້​ຊ່ຽວຊານ, ປັນ​ຍາ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ນັກ​ສຶກສາ​ກົດໝາຍ​ຂອງ​ສອງ​ປະ​ເທດ​ຫວຽດນາມ-​ໄທ ລວມ 400 ຄົນ. ບັນດາ​ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ວິ​ເຄາະ ​ແລະ ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ພາຍຫຼັງ​ບັນດາ​ນັກຄົ້ນຄ້ວາ​ກົດໝາຍ​ຫວຽດນາມ ສະ​ເໜີ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ປຽບທຽບ​ບັນດາ​ຈຸດ​ໃໝ່​ໃນຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງຄັ້ງນີ້ ​ແລະ ຂັ້ນຕອນ​ການ​ສ້າງຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ,​ບັນດາ​ນັກຄົ້ນຄ້ວາ​ໄທ ​ໄດ້​ຍົກ​ອອກ​ບັນດາ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ສິດທິ​ມະນຸດ, ລະບອບ​ການ​ເມືອງ, ລະບົບ​ນິຕິບັນຍັດ, ສານ ​ແລະ ບັນດາບັນ​ຫາ​ສິດ​ກຳມະສິດ​ເສດຖະກິດ​ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ​ໄທ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ໃນ​ກາ​ນສ້າງຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ເສດຖະກິດ-​ສັງຄົມ​ຂອງ​ຫວຽດນາມ ​ໃນ​ວິວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ ​ແລະ ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015.

 

 

 

 

 

 

ຂ່າວ/ບົດ​ອື່ນ