ໄທຈັດວາງກົດໄອຍະ ການເສິກຢູ່ນະຄອນ ຫຼວງບາງກອກ


ໄທຈັດວາງກົດໄອຍະ ການເສິກຢູ່ນະຄອນ ຫຼວງບາງກອກ - ảnh 1

ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນອກ​ສຳນັກງານ​ຕຳຫຼວດ

(ພາບ: AFP/TTXVN)

(vovworld)- ວັນ​ທີ 1/12, ລັດຖະບານໄທ ໄດ້ຈັດວາງກົດ​ໄອ​ຍະ​ການ​ເສິກທີ່ແກ່ຍາວ ໃນເວລາ 7 ຊົ່ວໂມງ ຄື​ມັບແຕ່​ 22 ​ໂມງ​ຂອງວັນ​ທີ 1/12 ຮອດ​ 5 ​ໂມງ​ເຊົ້າຂອງ​ວັນ​ທີ 2/12 ຢູ່ນະຄອນຫຼວງບາງກອກ ​ແລະ ​ເຂດ​ອ້ອມ​ແອ້ມ​ໃນ​ສະພາບ​ການ​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ປຣະ​ຈາ ປຣົມນອກ ປະກາດວ່າ: ກົດ​ໄອ​ຍະ​ການ​ເສິກໄດ້​ຖືກ​ຈັດ​ວາງ​ຍ້ອນ​ຄວາມ​ປອດ​ໄພ​ຂອງ​ທຸກ​ຄົນ ຂະນະ​ທີ່​ສະພາບ​ການ​​ໃນທ່າມກາງ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍຕ້ານ​ຄືນ​ລັດຖະບານ​ພວມ​ມີ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ. ຫາງ​ສຽງ​ພວມ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ​ຈະ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ບາງກອກ ​ໃນ​ວັນ​ທີ 2/12 ​ໃນ​ຂະນະ​ທີ່​ຕຳຫຼວດ​ຕ້ານ​ການ​ຈະລາຈົນ ​ແລະ ກຳລັງ​ປະຕິກິລິຍາ​ໄວ​ຈະ​ດຳ​ເນີນ​ການ​​ເລີກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ພວມ​ປິດ​ລ້ອມຍຶດຄອງ​ສຳນັກງານ​ແຫ່ງ​ຕ່າງໆຂອງລັດຖະບານ. ຕອນ​ບ່າຍວັນ​ທີ 1/12, ທ່ານ​ສຸ​ເທບ​ເທືອ​ກສຸບັນ, ຫົວໜ້າ​ຂະ​ບວນການ​ຕ້ານ​ລັດຖະບານ ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດຖະກອນ​ຈົ່ງ​ລົງ​ຖະໜົນ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 2/12.

ຝ່າຍ​ຄ້ານ​ໄທ​ທຽກຮ້ອງ​ທ່ານ​ນາງນາຍົກລັດຖະມົນຕີ​ໄທ​ ຍິງ​ຮັກ​ຊີ​ນນະ​ວັດ ລາ​ອອກ​ຈາກ​ຕຳ​ແໜ່​ງ

ໄທຈັດວາງກົດໄອຍະ ການເສິກຢູ່ນະຄອນ ຫຼວງບາງກອກ - ảnh 2
(ພາບ:
AFP)

  ​ໃນ​ວັນ​ທີ 1/12, ທ່ານ​ສຸ​ເທບ ​ເທືອ​ກສຸບັນ, ຫົວໜ້າ​ຂະ​ບວນການ​ຕ້ານ​ລັດຖະບານຢູ່​ໄທ ​ໄດ້​ມີ​ການ​ພົບ​ປະ​ລັບ ​ແລະ ອອກ​ຄຳ​ຂາດ​ຮຽກຮ້ອງ​ໃຫ້​ທ່ານ​ນາງ ນາຍົກລັດຖະມົນຕີ​ໄທ​ ຍິງ​ຮັກ​ຊີ​ນນະ​ວັດ ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ພ້ອມ​ທັງ​ຍຸກ​ບ​ເລີ​ກສະພາ​ຜູ້​ແທນ​ລາຊະ​ດອນ​ໄທ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ຄ່ຳ​ຄືນ​ວັນ​ທີ 1/12, ທ່ານ​ສຸ​ເທບ​ ເທືອ​ກສຸບັນ ​​ໄດ້ເວົ້າວ່າ: ການ​ພົບ​ປະ​ກັບ ທ່ານ​ນາງ ນາຍົກລັດຖະມົນຕີ​ໄທ​ ຍິງ​ຮັກ​ຊີ​ນນະ​ວັດ ​ໄດ້​ດຳ​ເນີນ​ໂດຍ​ພາຍ​ໃຕ້​ການ​ອາລັກຂາ​ຂອງ​ທະຫານ ​ແລະ ຢືນຢັນ​ວ່າ​: ການ​ພົບ​ປະຄັ້ງດຽວ ​ແລະ ສຸດ​ທ້າຍ​ນີ້​ບໍ່​ແມ່ນ​ການ​ເຈລະຈາ. ຕອບ​ສຳພາດ​ນັກ​ຂ່າວ, ທ່ານ​ສຸ​ເທບ ​ເນັ້ນໜັກ​ວ່າ: ມາດ​ຕະການ​ດຽວ​ແມ່ນ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່ ປຊຊ.

  ຄວາມ​ເຄັ່ງຕຶງ​ໄດ້​ປິນຂັ້ນ​ໄດຢູ່​ໄທ ຂະນະ​ທີ່​ເກີດ​ການ​ປະ​ທຳ​ກັນ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 30/11 ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ ​ແລະ ບັນດາ​ສະມາຊິກ​ຝ່າຍ “​ເສື້ອ​ແດງ“ ສະໜັບສະໜູນ​ລັດຖະບານ ຊື່​ງ​ໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ ອີກ 57 ຄົນ​ຖືກ​ບາດ​ເຈັບ. ຄາດ​ວ່າ, ມີ ປຊຊ ປະມານ 70.000 ຄົນ​ລົງ​ຖະໜົນ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆຕ້ານ​ລັດຖະບານ​ໃນ​ວັນ​ທີ 1/12.

ນາຍົກລັດຖະມົນຕີ​ໄທ​ກຽ​ມພ້ອມ​ລາ​ອອກ​ຈາກ​ຕຳ​​ແໜ່​ງ​ເພື່ອ​ສັນຕິພາບ

ວັນ​ທີ 2/12, ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງຣັກ ຊິນ​ນະ​ວັດ ​ໃຫ້​ຮູ້​ວ່າ: ທ່າ​ນນາງ​ກຽມພ້ອມ​ທີ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼື ຍຸບ​ເລີກ​ສະພາ​ແຫ່ງ​ຊາດ ​ເພື່ອ​ນຳ​ມາ​ເຊິ່ງຄວາມ​ສະຫງົບ​ໃຫ້​ແກ່​ປະ​ເທດ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງນາຍົກລັດຖະມົນຕີ ​ໄທ ຍິງຣັກ ຊິນ​ນະ​ວັດ ​ໄດ້ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ຫົວໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ກ່ຽວ​ກັບ​ເລື່ອງ​ມອບ​ໂອນ​ສິດອຳນາດ​ໃຫ້​ແກ່​ສະພາ​ປະຊາຊົນ ຍ້ອນ​ຖື​ວ່າ: ຂໍ້​ສະ​ເໜີ​ດັ່ງກ່າວ​ບໍ່​ຖື​ກກັບ​ລັດຖະທຳ​ມະນູນ. ທ່ານ​ນາງ​ນາຍົກລັດຖະມົນຕີ ​ຍິງຣັກ ຊິນ​ນະ​ວັດ ​ເນັ້ນ​ໜັກ​ວ່າ: ຂໍ້​ສະ​ເໜີ​ຂອງ​ທ່ານ ສຸ​ເທບ ​ເທືອ​ກສຸບັນ ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ສະພາ​ປະຊາຊົນ​ແທນ​ໃຫ້​ລັດຖະບານ​​ແມ່ນ​ບໍ່​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ໃນ​ປະຈຸ​ບັນ. ທ່ານ​ນາງ​ນາຍົກລັດຖະມົນຕີ ​ຍິງຣັກ ຊິນ​ນະ​ວັດ  ກໍ່​ຮຽກຮ້ອງ​ໃຫ້​ປະຊາຊົນ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂ​ໂດຍ​ສັນຕິ​ໃຫ້​ແກ່​ວິ​ກິດ​ການ​ການ​​ເມືອງ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ