ໄທ​ຈະ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່​ໃນ​ວັນ​ທີ 16 ສິງ​ຫາ

(VOVWORLD) - ທ່ານ ເລຂາທິການການໃຫຍ່ ພັກເພື່ອໄທ ສະຣະວົງ ທຽນທອງ ໃຫ້ຮູ້ວ່າ ສຳພັນທະມິດໂດຍພັກເພື່ອໄທ ນຳພາປັດຈຸບັນຍັງຮັກສາຄວາມສາມັກຄີ.
ໄທ​ຈະ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່​ໃນ​ວັນ​ທີ 16 ສິງ​ຫາ - ảnh 1ທ່ານ Chaikasem Nitisiri ໜຶ່ງໃນສອງຜູ້ອອກສະໝັກຮັກເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ໄທ (ພາບປະກອບ: Thaienquirer)

ວັນທີ 14 ສິງຫາ, ທ່ານປະທານສະພາຕ່ຳ ໄທ ວັນມູຫະມັດ ນໍມະທາ ໄດ້ປະກາດໃຊ້ເອກະສານດ່ວນ ຮຽກຮ້ອງໂຮມກອງປະຊຸມພິເສດໃນເວລາ 10 ໂມງຂອງວັນທີ 16 ສິງຫາ ເພື່ອເລືອກຕັ້ງ ນາຍົກລັດຖະມົນຕີຄົນໃໝ່ ພາຍຫຼັງທ່ານ ເສດຖາ ທະວິສິນ ຖືກປົດຕຳແໜ່ງ. ຕາມທ່ານປະທານສະພາຕ່ຳ ໄທແລ້ວ, ສະພາຕ່ຳປະເທດນີ້ຕ້ອງຈັດກອງປະຊຸມນີ້ໂດຍໄວຍ້ອນວ່າປະເທດທີ່ຕ້ອງມີລັດຖະບານເພື່ອຮັກສາທຸກການເຄື່ອນໄຫວ.

ກ່ອນໜ້ານັ້ນ, ທ່ານ ເລຂາທິການການໃຫຍ່ ພັກເພື່ອໄທ ສະຣະວົງ ທຽນທອງ ໃຫ້ຮູ້ວ່າ ສຳພັນທະມິດໂດຍພັກເພື່ອໄທ ນຳພາປັດຈຸບັນຍັງຮັກສາຄວາມສາມັກຄີ. ບັນດາພັກການເມືອງໃນສຳພັນທະມິດ ຈະຈັດກອງປະຊຸມໂດຍໄວ ເພື່ອເຫັນດີເປັນເອກະພາບກ່ຽວກັບການສະເໜີຜູ້ອອກສະໝັກຮັບເລືອກຕັ້ງ ນາຍົກລັດຖະມົນຕີຄົນທີ 31 ຂອງໄທ. ທ່ານ ສະຣະວົງ ທຽນທອງ ຢັ້ງຢືນວ່າ ດ້ວຍຖານະແມ່ນພັກໃຫຍ່ສຸດໃນສຳພັນທະມິດ, ພັກເພື່ອຊາດໄທ ມີສິດສະເໜີຜູ້ອອກສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີ ເຊິ່ງແມ່ນສະມາຊິກຂອງພັກນີ້.

ຕອບກັບ

ຂ່າວ/ບົດ​ອື່ນ