ໄທຊັ່ງຊາເລື່ອງເຂົ້າຮ່ວມການເຈລະຈາTPP

ໄທຊັ່ງຊາເລື່ອງເຂົ້າຮ່ວມການເຈລະຈາTPP - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 14/09, ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄທ ສົມ​ກິດ ຈະ​ຕູ​ສີ​ພິທັກ, ​ໃຫ້​ຮູ​້ວ່າ, ປະ​ເທດ​ນີ້​ພວມ​ພິຈາລະນາ​ເລື່ອງ​ເຂົ້າ​ຮ່ວມການ​ເຈລະຈາ​ສັນຍາ​ການຄ​​້າຂ້າມ​ປາຊີ​ຟິກ (TPP) ຕາມ​ຂໍ້​ລິ​ເລີ່​ມຂອງ​​ອາ​ເມ​ລິ​ກາ, ​ແຕ່​ບາງກອກ ຈະ​ຕ້ອງ​ຄົ້ນຄວ້າ​ບັນດາ​ຂໍ້​ມາດຕາ ​ແລະ ​ເງື່ອນ​ໄຂ​ຂອງ​ກຸ່ມ​ການ​ຄ້າ​ເສລີ​ ນີ້​ຕື່ມ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ສົມ​ກິດ ຈະ​ຕູ​ສີ​ພິທັກ, ​ເປັນ​ນັກ​ຊ່ຽວຊານດ້ານ​ເສດຖະກິດ​ອາວຸ​ໂສ ຖື​ວ່າ, ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ຂອງ​ກຸ່ມການ​ຄ້າ ປະຈຸ​ບັນ​ມີ 12 ປະ​ເທດ​ສະມາຊິກ ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ນີ້ ​​ກວມ​ເອົາ 40% ພື້ນຖານ​ເສດຖະກິດ​ທົ່ວ​ໂລກ, ສະ​ນັ້ນ ​ເລື່ອງ​ໄທ ພິຈາລະນາ​ເຂົ້າ​ຮ່ວມ TPP ຈະ​ຊ່ວຍ​ໃຫ້​ປະ​ເທດ​ນີ້​ດຶງ​ດູດ​ຄວາມ​​ເອົາ​ໃຈ​ໃສ່​ຂອງ​ວົງ​ການ​ນັກ​ລົງ​ມທຶນ​ສາກົນ.

ຂ່າວ/ບົດ​ອື່ນ