ໄທ​ຕໍ່​ກຳ​ນົດ​ເວ​ລາຄຳ​ສັ່ງ​ຫ້າມ​​ຖ້ຽວ​ບິນ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ​ສາ​ກົນ

(VOVWORLD) -ວັນທີ 16 ພຶດສະພາ, ໄທ ໄດ້ຕໍ່ກຳນົດເວລາຄຳສັ່ງຫ້າມບັນດາຖ້ຽວບິນຂົນສົ່ງຜູ້ໂດຍສານສາກົນຈົນໄປຮອດທ້າຍເດືອນ ມິຖຸນາ ໃນສະພາບການທີ່ ກໍລະນີຕິດໂລກລະບາດໂຄວິດ-19 ຢູ່ປະເທດນີ້ພວມຄ່ອຍໆຫຼຸດລົງ.
ໄທ​ຕໍ່​ກຳ​ນົດ​ເວ​ລາຄຳ​ສັ່ງ​ຫ້າມ​​ຖ້ຽວ​ບິນ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານ​ສາ​ກົນ - ảnh 1ໄທຕໍ່ກຳນົດເວລາຄຳສັ່ງຫ້າມຖ້ຽວບິນຂົນສົ່ງຜູ້ໂດຍສານສາກົນ (ພາບ: TTXVN) 

 ແຈ້ງການດັ່ງກ່າວຖືກຍົກອອກມາພາຍຫຼັງທີ່ໄທ ເລີ່ມຫຼຸດຜ່ອນມາດຕະການຈຳກັດຍ້ອນຈຳນວນກໍລະນີຕິດໂລກລະບາດໃໝ່ໄດ້ຫຼຸດລົງລະດັບ 1 ຕົວເລກ. ວັນທີ 17 ພຶດສະພາ, ລັດຖະບານ ໄທ ໄດ້ອະນຸຍາດໃຫ້ບັນດາສູນການຄ້າ, ຮ້ານສັບພະສິນຄ້າເປີດປະຕູຄືນໃໝ່.

ກ່ອນໜ້ານັ້ນ, ອົງການການບິນພົນລະເຮືອນໄທ ໄດ້ຈັດວາງຄຳສັ່ງຫ້າມບັນດາຖ້ຽວບິນຂົນສົ່ງຜູ້ໂດຍສານສາກົນຈົນໄປຮອດທ້າຍເດືອນ ພຶດສະພາ, ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ